ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ກິລາ-ກາຍຍະກຳພື້ນເມືອງ

协议——关于本土体育与体能活动的管理

Agreement on the Management of Local Sports and Physical Activities

ບົດສະຫຼຸບ

ຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິລາ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງກິລາພື້ນເມືອງ ແລະ ການອອກກຳລັງກາຍ, ກວມເອົາປະເພດ ແລະ ຮູບແບບ, ເງື່ອນໄຂການສ້າງຕັ້ງ ແລະ ຍົກເລີກອົງການຈັດຕັ້ງ, ມາດຕະຖານ, ເອກະສານສະໝັກ, ໜ້າທີ່ຂອງອົງການຄຸ້ມຄອງ-ກວດກາ, ຂໍ້ຫ້າມ ແລະ ການລົງໂທດທາງວິໄນ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍຕົກລົງສະບັບນີກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງກິລາ- ກາຍຍະກຳພືນເມືອງ ເພື່ອເປັ້ນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານດັງກ່າວ ມີຄວາມ ເປັນເອກະພາບໃນການຈັດຕັ້ງປະຕິບັດ ແນໃສ່ຊຸກຍູ້, ສິ່ງເສີມ, ຄຸ້ມຄອງ ແລະ ພັດທະນາກິລາ-ກາຍຍະກຳ ພື້ນເມືອງ ແລະ ປະກອບສ່ວນເຂົ້າໃນການພັດທະນາວຽກງານກິລາ-ກາຍຍະກຳ ໃຫ້ມີຄວາມເປັນລະບຽບ ຮຽບຮ້ອຍ, ຍືນຍົງ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ. 7 <ແ> . ຈີ 3

ມາດຕາ 2

ການຄຸ້ມຄອງກິລາ-ກາຍຍະກຳພື້ນເມືອງ | ການຄຸ້ມຄອງກິລາ-ກາຍຍະກຳພື້ນເມືອງ ແມ່ນການຈັດຕັ້ງປະຕິບັດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຕິດຕາມ, ກວດກາ, ການສ້າງຕັ້ງ, ໂຈະ, ຍຸບເລີກ, ການອະນຸຍາດ ຈັດການແຂ່ງຂັນ ແລະ ການເຄື່ອນໄຫວຂອງບັນດາຫ່ວຍ, ສະໂມສອນ, ສະມາຄົມ ແລະ ສະຫະພັນ ກິລາ-ກາຍຍະກຳພື້ນເມືອງ ຢ່າງລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ. 1

ມາດຕາ 3

ການອະທິບາຍຄຳສັບ ຄຳສັບ ທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ກິລາ-ກາຍຍະກຳພື້ນເມືອງທົ່ວໄປ ທີ່ຫຼິ້ນ ແລະ ແຂ່ງຂັນໝາຍເຖິງກິດຈະກຳ ຮູບແບບການຫຼິ້ນ, ການສະແດງແບບດັ້ງເດີມຈາກພູມປັນຍາຊາວບ້ານ, ຊົນເຜົ່າລາວ, ແບບການສະແດງ, ການຝຶກແອບ-ຝຶກຊ້ອມ ການແຂ່ງຂັນກິລາພື້ນເມືອງປະເພດຕ່າງໆ ປະຈຳປີ, ໃນຂະບວນການແຂ່ງຂັນກິລາ ໃນວັນບຸນປະເພນີ ແລະ ວັນສຳຄັນຂອງຊາດ-ສາກົນ; 2. ກິລາ-ກາຍຍະກຳພື້ນເມືອງທີ່ນຳໃຊ້ສັດລ້ຽງເຂົ້າໃນການຝຶກແອບ-ຝຶກຊ້ອມ ແລະ ແຂ່ງຂັນໝາຍເຖິງ ການນຳໃຊ້ສັດລ້ຽງ ຂອງປະຊາຊົນລາວບັນດາເຜົາ ທີ່ໄດ້ຮັບການບຳລຸງຮັກສາ, ໄດ້ມີການຝຶກແອບ-ຝຶກຊ້ອມ ຢ່າງຖືກຕ້ອງຕາມຫຼັກການ, ມີການຈັດຕັ້ງຄຸ້ມຄອງ ແລະ ແຂ່ງຂັນຕາມກົດລະບຽບ ແລະ ກະຕິກາໃນຂະບວນ ການແຂ່ງຂັນກິລາ ວັນບຸນປະເພນີ ແລະ ວັນສຳຄັນຂອງຊາດ-ສາກົນ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 27 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ