ດຳລັດ ວ່າດ້ວຍ ເຂດສະຫງວນຂອງທາງຫຼວງ

法令——关于公路保留区

Decree on Highway Reserves

ບົດສະຫຼຸບ

ດຳລັດທີ່ອອກໂດຍລັດຖະບານ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມກວດກາເຂດສະຫງວນທາງຫຼວງ, ກຳນົດຂອບເຂດຂອງເຂດສະຫງວນທາງຫຼວງແຕ່ລະປະເພດ, ໜ້າທີ່ຂອງອົງການຄຸ້ມຄອງ, ຂໍ້ຫ້າມ ແລະ ການລົງໂທດຜູ້ລະເມີດ (ລວມທັງຈຳນວນເງິນປັບໄໝສະເພາະ), ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມສະດວກໃນການຈະລາຈອນ ແລະ ປົກປ້ອງສິ່ງອຳນວຍຄວາມສະດວກທາງຫຼວງ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກຽວກັບການຄຸ້ມຄອງ, ຕິດຕາມ ກວດກາເຂດສະຫງວນຂອງທາງຫຼວງ ເພື່ອບໍ່ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຄອບຄອງ, ທຳລາຍ ໂຄງປະກອບ, ສິ່ງປະກອບ ແລະ ສິ່ງປ້ອງກັນ ຄວາມປອດໄພຂອງທາງຫຼວງ ຫຼື ກໍ່ສ້າງໃດໜຶ່ງ ໃນເຂດສະຫງວນຂອງທາງຫຼວງ ໂດຍບໍ່ ໄດ້ຮັບອະນຸຍາດ ແນໃສເຮັດໃຫ້ວຽກງານຄຸ້ມຄອງເຂດສະຫງວນ ມີປະສິດທິພາບ, ປະສິດທິຜົນ ແລະ ປຶກປັກຮັກສາສິ່ງແວດລ້ອມ ພ້ອມທັງຮັບປະກັນໃຫ້ການຈະລາຈອນ ມີຄວາມ ສະດວກ, ປອດໄພ, ວ່ອງໄວ, ເປັນລະບຽບຮຽບຮ້ອຍ ແລະ ສວຍງາມ ປະກອບສ່ວນເຂົ້າໃນການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2

ເຂດສະຫງວນຂອງທາງຫຼວງ , ເຂດສະຫງວນຂອງທາງຫຼວງ ແມນ ພື້ນທີທັງຫົດຂອງທາງຫຼວງ ຢູ່ຫຼ້າດິນ, ເທິງຫ້າດິນ, ໃຕ້ດິນ ແລະ ເທິງໜ້ານຳທີສະຫງວນເໄວ້ ເພື່ອປ້ອງກັນ, ພັດທະນາ ແລະ ຂະຫຍາຍທາງຫຼວງ.

ມາດຕາ 3

ການອະທິບາຍຄຳສັບ. ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍດັ່ງນີ້: 1. ທາງແຍກຕ່າງລະດັບ ໝາຍເຖິງ ຈຸດທີ່ມີທາງຫຼວງສອງສາຍຂຶ້ນໄປຕັດກັນ ຫຼື ບັງຈົບກັນ ແລະ ມີລະດັບຄວາມສູງຂອງທາງແຕກຕ່າງກັນ; 2. ວົງວຽນ ໝາຍເຖິງ ຈຸດທີ່ມີທາງຫຼວງສອງສາຍຂຶ້ນໄປຕັດກັນ ຫຼື ບັງຈົບກັນ ແລະ ພາຫະນະວົນອ້ອມເກາະກາງໄປໃນທິດທາງດຽວກັນ; 3. ທິດທາງຕົ້ນນ້ຳ ໝາຍເຖິງ ທິດທາງທີ່ຖອຍຕາມກະແສນ້ຳ ນັບແຕ່ຈຸດກຳນົດຂອງວຽກງານທາງຫຼວງ; 4. ທິດທາງປາຍນ້ຳ ໝາຍເຖິງ ທິດທາງທີ່ໄປຕາມກະແສນ້ຳ ນັບແຕ່ຈຸດກຳນົດຂອງວຽກງານທາງຫຼວງ; 5. ຈຸດກຳນົດ ໝາຍເຖິງ ຈຸດທີ່ຢູ່ຂອບນອກສຸດຂອງໂຄງສ້າງວຽກງານທາງຫຼວງ, ໂດຍໃຊ້ຈຸດສູນກາງຂອງໂຄງສ້າງວຽກງານເປັນຈຸດເລີ່ມຕົ້ນຂອງການວັດແທກ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 41 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ