ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານກະສິກຳທີ່ດີ ກ່ຽວກັບ ຄວາມປອດໄພຂອງຜົນຜະລິດ
协议——关于产品安全的良好农业规范(良好农业规范标准)
Agreement on Good Agricultural Practices for Product Safety (GAP Standards)
ບົດສະຫຼຸບ
ຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຮັບປະກັນຄວາມປອດໄພຂອງພືດ ແລະ ຜະລິດຕະພັນພືດ ພາຍໃຕ້ການປະຕິບັດກະສິກຳທີ່ດີ (GAP), ກວມເອົາແຫຼ່ງປູກ, ແກ່ນພືດ, ປຸ໋ຍ, ນ້ຳ, ຢາປາບສັດຕູພືດ, ການເກັບກ່ຽວ, ການຂົນສົ່ງ-ເກັບຮັກສາ, ການຮັບຮອງ, ການນຳໃຊ້ເຄື່ອງໝາຍ, ການຄຸ້ມຄອງ-ກວດກາ ແລະ ການລົງໂທດ. ຍົກເລີກຂໍ້ຕົກລົງເລກທີ 0115/ກປ ປີ 2011.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ການ ຕິດຕາມກວດກາ ແລະ ການນຳໃຊ້ເຕັກນິກ ຕາມມາດຕະຖານກະສິກຳທີ່ດີ ເພື່ອຮັບປະກັນໃຫ້ຜົນຜະລິດ ມີ ຄຸນນະພາບ ແລະ ປອດໄພຕໍ່ຜູ້ບໍລິໂພກ ແນໃສ່ ສ້າງມູນຄ່າເພີ່ມໃຫ້ແກ່ພືດ ແລະ ຜະລິດຕະພັນພືດ ຂອງ ສປປ ລາວ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສາມາດເຊື່ອມໂຍງກັບຕະຫຼາດພາກພື້ນ ແລະ ສາກົນ.
ມາດຕາ 2
ມາດຕະຖານກະສິກຳທີ່ດີ ກ່ຽວກັບ ຄວາມປອດໄພຂອງຜົນຜະລິດ ມາດຕະຖານກະສິກຳທີ່ດີ ກ່ຽວກັບ ຄວາມປອດໄພຂອງຜົນຜະລິດ ແມ່ນ ວິທີການ ແລະ ມາດຕະການຄວບຄຸມ ການຜະລິດກະສິກຳທີ່ດີໃນທຸກຂັ້ນຕອນ ຕັ້ງແຕ່ຂັ້ນຕອນການປູກ ຈົນຮອດຂັ້ນຕອນການປຸງແຕ່ງ ເພື່ອຫຼຸດຜ່ອນການປົນເປື້ອນ ແລະ ສິ່ງທີ່ເປັນອັນຕະລາຍຕໍ່ຜົນຜະລິດ, ຮັບປະກັນຄວາມສະອາດ ແລະ ຄວາມປອດໄພຂອງຜົນຜະລິດ ໃຫ້ແກ່ຜູ້ຜະລິດ ແລະ ຜູ້ບໍລິໂພກ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 38 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ