ຂໍ້ຕົກລົງ ວ່າດ້ວຍມາດຕະການປະຢັດ ການໃຊ້ຈ່າຍງົບປະມານຂອງລັດ ໃນຂະແໜງການສຶກສາທິການ ແລະ ກິລາ

决定 关于教育与体育领域节约使用国家预算的措施

Decision on Measures for Economical Use of State Budgets in the Education and Sports Sector

ບົດສະຫຼຸບ

ຂໍ້ຕົກລົງນີ້ອອກໂດຍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການປະຢັດການນຳໃຊ້ງົບປະມານແຫ່ງລັດ, ເງິນກູ້ຢືມ, ເງິນຊ່ວຍເຫຼືອ ແລະ ເງິນອື່ນໆທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງລັດ ແລະ ຕ້ານການຟຸມເຟືອຍໃນຂົງເຂດການສຶກສາ ແລະ ກິລາ, ກຳນົດອຳນາດໜ້າທີ່ຂອງອົງການຄຸ້ມຄອງທຸກຂັ້ນ, ການກວດກາ, ການກະທຳທີ່ຫ້າມ ແລະ ການຊົມເຊີຍ ແລະ ລົງໂທດ.

ມາດຕາ

ມາດຕາ 1

! ອົງການຄຸ້ມຄອງ ອົງການຄຸ້ມຄອງການປະຢັດ ການໃຊ້ຈ່າຍງົບປະມານຂອງລັດ ໃນຂະແໜງການສຶກສາທິການ ແລະ ກິລາ ປະກອບມີ ດັ່ງນີ້: 1. ກະຊວງສຶກສາທິການ ແລະ ກິລາ: 2. ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ: 3. ຫ້ອງການສຶກສາທິການ ແລະ ກິລາເມືອງ, ເທດສະບານ, ນະຄອນ:

ມາດຕາ 2

ມາດຕະການປະຢັດການນຳໃຊ້ງົບປະມານແຫ່ງລັດ. ມາດຕະການປະຢັດການນຳໃຊ້ງົບປະມານແຫ່ງລັດ ແມ່ນການຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ ແລະ ລະບຽບການຂອງລັດກ່ຽວກັບການປະຢັດ, ໃນການນຳໃຊ້ທຶນຮອນຂອງລັດທີ່ມີຈຳກັດ ໃຫ້ມີຄວາມເຄັ່ງຄັດ, ຖືກຕ້ອງ, ສອດຄ່ອງກັບຈຸດປະສົງ ແລະ ເປົ້າໝາຍ, ແລະ ມີການຈັດລຳດັບຄວາມສຳຄັນໂດຍອີງໃສ່ການປະຢັດຢ່າງເຂັ້ມງວດ; ເພີ່ມທະວີການນຳໃຊ້ທຶນຮອນຂອງລັດ, ທຶນກູ້ຢືມ, ທຶນຊ່ວຍເຫຼືອ ແລະ ທຶນຮອນອື່ນໆ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງລັດ ຢ່າງເຄັ່ງຄັດ, ພ້ອມທັງຈັດລຳດັບຄວາມສຳຄັນຂອງວຽກງານຕ່າງໆ ໂດຍອີງໃສ່ແຜນການ, ໂຄງການ, ແຜນງານ ແລະ ແຜນງົບປະມານທີ່ຊັດເຈນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 21 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ