ດຳລັດ ວ່າດ້ວຍກອງທຶນພັດທະນາອາຊີວະສຶກສາ

政令 关于职业教育发展基金

Decree on the Vocational Education Development Fund

ບົດສະຫຼຸບ

ດຳລັດສະບັບນີ້ກຳນົດຫຼັກການ ແລະ ລະບຽບການໃນການສ້າງຕັ້ງ, ການຄຸ້ມຄອງ, ການນຳໃຊ້ ແລະ ການກວດກາກອງທຶນພັດທະນາການສຶກສາວິຊາຊີບ, ກຳນົດແຫຼ່ງລາຍຮັບ, ຈຸດປະສົງການນຳໃຊ້, ໂຄງສ້າງ ແລະ ອຳນາດຂອງຄະນະບໍລິຫານ ແລະ ຫ້ອງການຄຸ້ມຄອງກອງທຶນ, ບັນຊີ ແລະ ການເບີກຈ່າຍ, ລະບົບການກວດສອບ ແລະ ກວດກາ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດ ຫຼັກການ ແລະ ລະບຽບການ ກ່ຽວກັບການສ້າງຕັ້ງ, ການຄຸ້ມຄອງ, ນຳໃຊ້ ແລະ ຕິດຕາມ ກວດກາ ກອງທຶນພັດທະນາອາຊີວະສຶກສາ ເພື່ອລະດົມ ແລະ ສະສົມທຶນໃຫ້ພຽງພໍ ແນໃສ່ສະຫອງ ທຶນໃຫ້ແກ່ການພັດທະນາວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໃຫ້ມີຄຸນນະພາບ, ປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງ ປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ແລະ ເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2

ກອງທຶນພັດທະນາອາຊີວະສຶກສາ ກອງທຶນພັດທະນາອາຊີວະສຶກສາ ຂຽນຫຍໍ້ວ່າ "ກພອ" ແລະ ຂຽນເປັນພາສາອັງກິດວ່າ "Technical and Vocational Education and Training Fund" ຂຽນຫຍໍ້ວ່າ "TVET" ແມ່ນ ກອງທຶນທີ່ສ້າງຂຶ້ນເພື່ອນຳ ໃຊ້ເຂົ້າໃນການຈັດຕັ້ງ ການຮຽນ-ການສອນ, ການສະໜອງເງິນລ້ຽງໃຫ້ແກ່ຜູ້ດ້ອຍໂອກາດ, ຜູ້ທຸກຍາກ. ສົ່ງເສີມນະວັດຕະກຳ ແລະ ສົ່ງເສີມກິດຈະກຳອື່ນ ທີ່ກ່ຽວພັນກັບວຽກງານອາຊີວະສຶກສາ ແລະ ຝຶກອົບຮົມ ວິຊາຊີບໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ມາດຕາ 3

ການອະທິບາຍຄຳສັບ ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ຜູ້ດ້ອຍໂອກາດ ໝາຍເຖິງ ຜູ້ຢູ່ຫ່າງໄກສອກຫຼີກ, ຜູ້ທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຫຼື ບໍ່ມີ ເງື່ອນໄຂເຂົ້າເຖິງ ອາຊີວະສຶກສາ; 2. ຜູ້ຮຽນທີ່ມີບັນຫາ ໝາຍເຖິງ ຜູ້ພິການ, ຜູ້ເສຍອົງຄະ, ຜູ້ຖືກບຳບັດ, ຄຸມຂັງ ຫຼື ດັດສ້າງ; 3. ຜູ້ທຸກຍາກ ໝາຍເຖິງ ຜູ້ທີ່ມີບໍ່ລາຍຮັບ, ຜູ້ທີ່ມີລາຍຮັບຕ່ຳກວ່າຄ່າແຮງງານຂັ້ນຕ່ຳສຸດຂອງຜູ້ອອກແຮງງານທີ່ລັດຖະບານ ປະກາດໃຊ້ໃນແຕ່ລະໄລຍະ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 23 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ