政令 关于职业教育发展基金
ດຳລັດ ວ່າດ້ວຍກອງທຶນພັດທະນາອາຊີວະສຶກສາ
Decree on the Vocational Education Development Fund
简介
本政令规定职业教育发展基金的设立、管理、使用及监督检查的原则与规章,明确其收入来源、用途、理事会与基金管理办公室的组织架构及职权、账户与拨付、审计检查制度。 【OCR识别·机器翻译,未经律师终审,以官方PDF为准】
Summary
This Decree stipulates principles and regulations for the establishment, management, use, and inspection of the Vocational Education Development Fund, specifying its revenue sources, purposes, organizational structure and powers of the Board and Fund Management Office, accounts and disbursement, and audit and inspection system.
ບົດສະຫຼຸບ
ດຳລັດສະບັບນີ້ກຳນົດຫຼັກການ ແລະ ລະບຽບການໃນການສ້າງຕັ້ງ, ການຄຸ້ມຄອງ, ການນຳໃຊ້ ແລະ ການກວດກາກອງທຶນພັດທະນາການສຶກສາວິຊາຊີບ, ກຳນົດແຫຼ່ງລາຍຮັບ, ຈຸດປະສົງການນຳໃຊ້, ໂຄງສ້າງ ແລະ ອຳນາດຂອງຄະນະບໍລິຫານ ແລະ ຫ້ອງການຄຸ້ມຄອງກອງທຶນ, ບັນຊີ ແລະ ການເບີກຈ່າຍ, ລະບົບການກວດສອບ ແລະ ກວດກາ.
条文
第1条
目的。本政令规定有关设立、管理、使用及监督检查职业教育发展基金的原则和规章,以充分筹集和积累资金,旨在为职业教育及职业技能培训工作的发展提供资金,使之具有质量、效率、效益和可持续性,为国家人力资源及经济社会发展作出贡献。
ພາສາລາວ (老挝语原文)
ຈຸດປະສົງ ດຳລັດສະບັບນີ້ ກຳນົດ ຫຼັກການ ແລະ ລະບຽບການ ກ່ຽວກັບການສ້າງຕັ້ງ, ການຄຸ້ມຄອງ, ນຳໃຊ້ ແລະ ຕິດຕາມ ກວດກາ ກອງທຶນພັດທະນາອາຊີວະສຶກສາ ເພື່ອລະດົມ ແລະ ສະສົມທຶນໃຫ້ພຽງພໍ ແນໃສ່ສະຫອງ ທຶນໃຫ້ແກ່ການພັດທະນາວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໃຫ້ມີຄຸນນະພາບ, ປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງ ປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ແລະ ເສດຖະກິດ-ສັງຄົມຂອງຊາດ.
第2条
职业教育发展基金。职业教育发展基金,老挝文简称「ກພອ」,英文为「Technical and Vocational Education and Training Fund」,英文简称「TVET Fund」,是为投入组织教学、向弱势者和贫困者发放生活补助、促进创新及促进其他与职业教育和职业技能培训相关的活动而设立的基金,依照法律法规执行。
ພາສາລາວ (老挝语原文)
ກອງທຶນພັດທະນາອາຊີວະສຶກສາ ກອງທຶນພັດທະນາອາຊີວະສຶກສາ ຂຽນຫຍໍ້ວ່າ "ກພອ" ແລະ ຂຽນເປັນພາສາອັງກິດວ່າ "Technical and Vocational Education and Training Fund" ຂຽນຫຍໍ້ວ່າ "TVET" ແມ່ນ ກອງທຶນທີ່ສ້າງຂຶ້ນເພື່ອນຳ ໃຊ້ເຂົ້າໃນການຈັດຕັ້ງ ການຮຽນ-ການສອນ, ການສະໜອງເງິນລ້ຽງໃຫ້ແກ່ຜູ້ດ້ອຍໂອກາດ, ຜູ້ທຸກຍາກ. ສົ່ງເສີມນະວັດຕະກຳ ແລະ ສົ່ງເສີມກິດຈະກຳອື່ນ ທີ່ກ່ຽວພັນກັບວຽກງານອາຊີວະສຶກສາ ແລະ ຝຶກອົບຮົມ ວິຊາຊີບໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ.
第3条
名词解释。本政令所使用名词含义如下:1. 弱势者,是指居于偏远地区者、经济上有困难者或不具备接受职业教育条件者;2. 有特殊困难的学员,是指残疾人、肢残者、被戒治者、被监管者或被劳动改造者;3. 贫困者,是指无收入者、收入低于政府各阶段公布的劳动者最低工资者。
ພາສາລາວ (老挝语原文)
ການອະທິບາຍຄຳສັບ ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ຜູ້ດ້ອຍໂອກາດ ໝາຍເຖິງ ຜູ້ຢູ່ຫ່າງໄກສອກຫຼີກ, ຜູ້ທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຫຼື ບໍ່ມີ ເງື່ອນໄຂເຂົ້າເຖິງ ອາຊີວະສຶກສາ; 2. ຜູ້ຮຽນທີ່ມີບັນຫາ ໝາຍເຖິງ ຜູ້ພິການ, ຜູ້ເສຍອົງຄະ, ຜູ້ຖືກບຳບັດ, ຄຸມຂັງ ຫຼື ດັດສ້າງ; 3. ຜູ້ທຸກຍາກ ໝາຍເຖິງ ຜູ້ທີ່ມີບໍ່ລາຍຮັບ, ຜູ້ທີ່ມີລາຍຮັບຕ່ຳກວ່າຄ່າແຮງງານຂັ້ນຕ່ຳສຸດຂອງຜູ້ອອກແຮງງານທີ່ລັດຖະບານ ປະກາດໃຊ້ໃນແຕ່ລະໄລຍະ.
第4条
基金管理和使用的原则。职业教育发展基金的管理和使用,须遵循下列原则:1. 依照国家预算制度集中统一;2. 确保正确按目标、节约且有效益地管理和使用基金;3. 一切收支须经过国库账户系统,依照法律法规入账;4. 确保落实贯彻计划、规划、项目,做到迅速、公正和透明;5. 确保依照法律法规经常性地进行审计、检查和监督。
ພາສາລາວ (老挝语原文)
ຫຼັກການຄຸ້ມຄອງ ແລະ ນຳໃຊ້ ກອງທຶນ ການຄຸ້ມຄອງ ແລະ ນຳໃຊ້ ກພອ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້: 1. ລວມສູນ ເປັນເອກະພາບ ຕາມລະບົບງົບປະມານແຫ່ງລັດ; 2. ຮັບປະກັນ ການຄຸ້ມຄອງ ແລະ ນຳໃຊ້ ກອງທຶນ ໃຫ້ຖືກຕ້ອງຕາມເປົ້າໝາຍ, ປະຢັດ ແລະ ມີປະສິດທິຜົນ; 3. ທຸກລາຍຮັບ ແລະ ລາຍຈ່າຍ ຕ້ອງຜ່ານລະບົບບັນຊີ ຂອງຄັງເງິນແຫ່ງຊາດ, ລົງບັນຊີ ຕາມກົດໝາຍ ແລະ ລະບຽບການ; 4. ຮັບປະກັນ ການຈັດຕັ້ງປະຕິບັດໃຫ້ໄປຕາມແຜນການ, ແຜນງານ, ໂຄງການ ໃຫ້ມີຄວາມວ່ອງໄວ, ຍຸຕິທຳ ແລະ ໂປ່ງໃສ; 5. ຮັບປະກັນ ໃຫ້ມີການກວດສອບ, ກວດກາ, ແລະ ຕິດຕາມ ຢ່າງເປັນປົກກະຕິ ຕາມກົດໝາຍ ແລະ ລະບຽບການ.
第5条
适用范围。本政令适用于在全国范围内与职业教育发展基金工作相关的国内外、公私两方面的个人、法人和组织。
ພາສາລາວ (老挝语原文)
ຂອບເຂດການນຳໃຊ້ ດຳລັດສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ທັງພາກລັດ ແລະ ພາກເອກະຊົນ ທີ່ກ່ຽວຂ້ອງກັບວຽກງານຂອງກອງທຶນພັດທະນາອາຊີວະສຶກສາ ໃນຂອບທົ່ວປະເທດ. ໝວດທີ 2 ແຫຼ່ງລາຍຮັບ, ການນຳໃຊ້ ແລະ ການສະເໜີນຳໃຊ້ກອງທຶນ
第6条
基金收入来源。职业教育发展基金的收入来自下列各种来源:1. 国内外个人、法人、组织的捐助和援助;2. 国家在常规预算之外的拨款;3. 基金存款利息收入;4. 职业教育机构服务费收入;5. 其他合法收入。
ພາສາລາວ (老挝语原文)
ແຫຼ່ງລາຍຮັບ ຂອງກອງທຶນພັດທະນາອາຊີວະສຶກສາ ໄດ້ມາຈາກແຫຼ່ງຕ່າງໆ ດັງນີ້: 1. ການປະກອບສ່ວນ ແລະ ການຊ່ວຍເຫຼືອ ຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ; 2. ການປະກອບສ່ວນຂອງລັດ ນອກເຫືອຈາກງົບປະມານປົກກະຕິ; 3. ລາຍຮັບຈາກດອກເບ້ຍເງິນຝາກຂອງກອງທຶນ; 4. ລາຍຮັບຈາກຄ່າບໍລິການຂອງສະຖານອາຊີວະສຶກສາ; 5. ລາຍຮັບອື່ນ ທີ່ຖືກຕ້ອງຕາມກົດໝາຍ.
第7条
基金的使用。职业教育发展基金用于下列目标:1. 资助职业教育机构组织教学;2. 促进职业教育机构和企业的专业培训及师资水平提升;3. 促进企业组织实践培训;4. 资助弱势者、有特殊困难者、贫困者及偏远地区人士的生活补助,使其得以接受职业教育和职业技能培训;5. 资助创意思维和创新;6. 职业教育发展基金的行政和管理。
ພາສາລາວ (老挝语原文)
ການນຳໃຊ້ ກອງທຶນ ກອງທຶນພັດທະນາອາຊີວະສຶກສາ ນຳໃຊ້ເຂົ້າໃນເປົ່າຫາຍ ດັງນີ: 1. ສົ່ງເສີມໃຫ້ແກ່ສະຖານອາຊີວະສຶກສາໃນການຈັດການຮຽນ-ການສອນ; 2. ສົ່ງເສີມການຝຶກອົບຮົມ ແລະ ຍົກລະດັບຄູ ດ້ານວິຊາສະເພາະຂອງ ສະຖານອາຊີວະສຶກສາ ແລະ ສະຖານປະກອບການ; 3. ສົ່ງເສີມສະຖານປະກອບການໃນການຈັດການຝຶກອົບຮົມພາກປະຕິບັດ; 4. ສະໜັບສະໜູນເບ້ຍລ້ຽງໃຫ້ແກ່ ຜູ້ດ້ອຍໂອກາດ, ຜູ້ມີບັນຫາ, ຜູ້ທຸກຍາກ ແລະ ຜູ້ຢູ່ເຂດຫ່າງໄກ ສອກຫຼີກ ໃຫ້ເຂົ້າເຖິງອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ; 5. ສະໜັບສະໜູນການພັດທະນາ ຫົວຄິດປະດິດສ້າງ ແລະ ນະວັດຕະກຳ; 6. ການບໍລິຫານ ແລະ ການຄຸ້ມຄອງ ກອງທຶນພັດທະນາອາຊີວະສຶກສາ.
第8条
申请使用基金。1. 个人、法人、公立和私立职业教育机构及企业有权申请使用职业教育发展基金;2. 一切使用职业教育发展基金的规划、项目和活动,须经职业教育发展基金理事会批准核准。至于申请使用基金,另在规章中规定。
ພາສາລາວ (老挝语原文)
ການສະເຫີນຳໃຊ້ກອງທຶນ 1. ບຸກຄົນ, ນິຕິບຸກຄົນ, ສະຖານອາຊີວະສຶກສາ ພາກລັດ ແລະ ພາກເອກະຊົນ, ແລະ ສະຖານປະກອບ ການມີສິດສະເພີນຳໃຊ້ກອງທຶນພັດທະນາອາຊີວະສຶກສາ; 2. ທຸກແຜນງານ, ໂຄງການ ແລະ ກິດຈະກຳ ທີ່ນຳໃຊ້ກອງທຶນພັດທະນາອາຊີວະສຶກສາ ຕ້ອງຜ່ານການ ຮັບຮອງ ແລະ ອະນຸມັດ ຈາກສະພາບໍລິຫານກອງທຶນພັດທະນາອາຊີວະສຶກສາ. ສຳລັບການສະເຫີນໍຳໃຊ້ກອງທຶນ ແມ່ນໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ. ໜວດທີ 3 ການຄຸ້ມຄອງບໍລິຫານ ກອງທຶນພັດທະນາອາຊີວະສຶກສາ
第9条
基金的组织架构。职业教育发展基金的组织架构包括:1. 职业教育发展基金理事会;2. 基金管理办公室。
ພາສາລາວ (老挝语原文)
ໂຄງປະກອບການຈັດຕັ້ງຂອງກອງທຶນ ໂຄງປະກອບການຈັດຕັ້ງຂອງ ກພອ ປະກອບມີ: 1. ສະພາບໍລິຫານ ກພອ: 2. ຫ້ອງການຄຸ້ມຄອງກອງທຶນ.
第10条
职业教育发展基金理事会由若干来自相关部门的理事长、副理事长和理事组成,经教育与体育部部长建议,由老挝人民民主共和国总理任命。职业教育发展基金理事会任期为每届五年,可重新遴选。
ພາສາລາວ (老挝语原文)
ສະພາບໍລິຫານ ກພອ ປະກອບດ້ວຍ ປະທານ, ຮອງປະທານ ແລະ ກຳມະການຈຳນວນຫິ່ງ ທີ່ມາຈາກ ຂະແຫງງການທີ່ກ່ຽວຂ້ອງ ຖືກແຕ່ງຕັ້ງໂດຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕາມການສະເຫືຂອງ 3 ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ຄະນະສະພາບໍລິຫານ ກພອ ມີອາຍຸການ ຫ້າ ປີ ຕໍ່ຄັ້ງ ແລະ ຄັດເລືອກໃນ່.
第11条
职业教育发展基金理事会的人员构成。职业教育发展基金理事会的人员构成如下:1. 教育与体育部部长任理事长;2. 老挝国家工商会副主席任副理事长;3. 财政部副部长任副理事长;4. 教育与体育部副部长任副理事长,并兼任常务理事;5. 财政部国家预算司司长任理事;6. 财政部外国财政司司长任理事;7. 教育与体育部财政司司长任理事;8. 计划与投资部计划司司长任理事;9. 教育与体育部校外教育司司长任理事;10. 教育与体育部检查司司长任理事;11. 缝纫协会主席任理事;12. 建筑协会主席任理事;13. 酒店与餐饮协会主席任理事;14. 手工业协会主席任理事;15. 印刷协会主席任理事;16. 旅游协会主席任理事;17. 农业协会主席任理事;18. 老挝家具协会主席任理事;19. 老挝车辆工业协会主席任理事;20. 职业教育司司长任理事,并兼任办公室主任。职业教育发展基金理事会成员履职不领取工资和劳务报酬,但有权依照政策获得会议补贴。
ພາສາລາວ (老挝语原文)
ໂຄງປະກອບບຸກຄະລາກອນ ຂອງສະພາບໍລິຫານ ກພອ ໂຄງປະກອບບູກຄະລາກອນ ຂອງສະພາບໍລິຫານ ກພອ ປະກອບດ້ວຍ: 1. ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານ; 2. ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປັນຮອງ; 3. ຮອງລັດຖະມົນຕີກະຊວງການເງິນ ເປັນຮອງ; 4. ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນຮອງ, ທັງເປັນຜູ້ປະຈຳການ; 5. ຫົວຫ້າກົມງົບປະມານແຫ່ງລັດ, ກະຊວງການເງິນ ເປັນກຳມະການ; 6. ຫົວຫໍ້າກົມການເງິນຕ່າງປະເທດ, ກະຊວງການເງິນ ເປັນກຳມະການ; 7. ຫົວຫຼ້າກົມການເງິນ, ກະຊວງສຶກສາທິການ ແລະ ກິລາ ເປັນກຳມະການ; 8. ຫົວຫ້ຳກົມແຜນການ, ກະຊວງແຜນການ ແລະ ການລົງທຶນ ເປັນກຳມະການ; 9. ຫົວຫ້າກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ເປັນກຳມະການ; 10. ຫົວຫ້າກົມກວດກາ, ກະຊວງສຶກສາທິການ ແລະ ກິລາ ເປັນກຳມະການ; 11. ປະທານສະມາຄົມ ຕັດຫຍິບ ເປັນກຳມະການ; 12. ປະທານສະມາຄົມ ກໍ່ສ້າງ ເປັນກຳມະການ; 13. ປະທານສະມາຄົມ ໂຮງແຮມ ແລະ ຮ້ານອາຫານ ເປັນກຳມະການ; 14. ປະທານສະມາຄົມ ຫັດຖະກຳ ເປັນກຳມະການ: 15. ປະທານສະມາຄົມ ການພິມ ເປັນກຳມະການ; 16. ປະທານສະມາຄົມ ທ່ອງທ່ຽວ ເປັນກຳມະການ; 17. ປະທານສະມາຄົມ ກະສິກຳ ເປັນກຳມະການ: 18. ປະທານສະມາຄົມ ເຟີນີເຈີລາວ ເປັນກຳມະການ; 19. ປະທາສະມາຄົມ ອຸດສາຫະກຳຍານພາຫະນະລາວ ເປັນກຳມະການ; 20. ຫົວຫຼ້າກົມອາຊີວະສຶກສາ ເປັນກຳມະການ, ທັງເປັນຫົວຫຼ້າຫ້ອງການ. ສະມາຊິກຂອງສະພາບໍລິຫານ ກພອ ຈະບໍ່ໄດ້ຮັບເງິນເດືອນ ແລະ ຄ່າແຮງງານໃນການປະຕິບັດພ້າທີ່ ຂອງຕົນ ແຕ່ມີສິດໄດ້ຮັບນະໂຍບາຍເບ້້ຍລ້ຽງປະຊຸມ.
第12条
职业教育发展基金理事会的权利和义务。职业教育发展基金理事会管理职业教育发展基金,有下列权利和义务:1. 组织细化贯彻职业教育及职业技能培训工作的政策、战略规划、法律和规章;2. 审议核准基金年度活动计划及收支计划;3. 审议核准申请使用基金资金的规划、项目;4. 研究审议任命职业教育发展基金的秘书处和辅助工作人员;5. 向国内外公私两方面的个人、法人、组织筹措资金,以充实基金;6. 召集职业教育发展基金理事会的常会和临时会议;7. 依照法律法规,管理、监督、检查并评估基金资金的使用,使之符合基金使用目标;8. 至少每年一次就职业教育发展基金的活动向政府总结报告;9. 依照法律法规规定行使其他权利和履行其他职责。
ພາສາລາວ (老挝语原文)
ສິດ ແລະ ໜ້າທີ່ ຂອງສະພາບໍລິຫານ ກພອ ສະພາບໍລິຫານຄຸ້ມຄອງ ກອງທຶນພັດທະນາອາຊີວະສຶກສາ ມີສິດ ແລະ ໜ້າທີ່ ດັ່ງນີ້: 1. ຈັດຕັ້ງຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ຂອງວຽກງານ ອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ; 2. ພິຈາລະນາ ແລະ ຮັບຮອງ ແຜນການເຄື່ອນໄຫວ ແລະ ແຜນລາຍຮັບ-ລາຍຈ່າຍ ຂອງກອງທຶນ ປະຈຳປີ; 3. ພິຈາລະນາ ແລະ ຮັບຮອງ ແຜນງານ, ໂຄງການ ທີ່ສະເໜີນຳໃຊ້ເງິນກອງທຶນ; 4. ຄົ້ນຄວ້າ ແລະ ພິຈາລະນາ ການແຕ່ງຕັ້ງ ກອງເລຂາ ແລະ ພະນັກງານຊ່ວຍວຽກ ກອງທຶນພັດທະນາ ອາຊີວະສຶກສາ; 5. ລະດົມຂົນຂວາຍທຶນ ຈາກບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ທັງພາກລັດ ແລະ ເອກະຊົນ ເພື່ອປະກອບໃຫ້ກອງທຶນ; 6. ຮຽກປະຊຸມ ສະໄໝສາມັນ ແລະ ວິສາມັນ ຂອງສະພາບໍລິຫານ ກພອ; 7. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນຜົນ ການນຳໃຊ້ເງິນ ຂອງ ກອງທຶນ ໃຫ້ສອດຄ່ອງກັບ ເປົ້າໝາຍການນຳໃຊ້ກອງທຶນ ຕາມກົດໝາຍ ແລະ ລະບຽບການ; 8. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວຂອງ ກພອ ຕໍ່ລັດຖະບານ ຢ່າງໜ້ອຍປີລະຄັ້ງ; 9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ.
本页展示前 12 条,全文共 23 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读