ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານກະສິກຳອິນຊີ
决定 关于有机农业标准
Decision on Organic Agriculture Standards
ບົດສະຫຼຸບ
ຂໍ້ຕົກລົງນີ້ອອກໂດຍລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ຮັບຮອງມາດຕະຖານກະສິກຳອິນຊີ, ກວມເອົາໄລຍະປ່ຽນແປງ, ການປ້ອງກັນມົນລະພິດ, ການຄຸ້ມຄອງດິນ-ຝຸ່ນ-ນ້ຳ, ການເລືອກແນວພັນ, ການເກັບກ່ຽວ-ປຸງແຕ່ງ-ຫຸ້ມຫໍ່, ການຕິດສະຫຼາກ ແລະ ເຄື່ອງໝາຍ 'ກະສິກຳອິນຊີລາວ', ການຕິດຕາມ, ວັດຖຸປະສົງການຄ້າ, ການຮັບຮອງ, ການກະທຳທີ່ຫ້າມ ແລະ ອຳນາດໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາ, ທົດແທນຂໍ້ຕົກລົງສະບັບເລກທີ 1866/ກປ ປີ 2005.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ການ ຕິດຕາມກວດກາ ແລະ ຢັ້ງຢືນມາດຕະຖານກະສິກຳອິນຊີ ເພື່ອຄຸ້ມຄອງລະບົບການຜະລິດກະສິກຳອິນຊີໃຫ້ ຢືນຍົງ, ມີຄວາມສົມດູນທາງດ້ານນິເວດວິທະຍາ, ຮັບປະກັນຄວາມອຸດົມສົມບູນດ້ານຊີວະວິທະຍາຂອງຕິນ, ຫຼຸດຜ່ອນການນຳໃຊ້ສານເຄມີສັງເຄາະໃນຕ່ອງໂສ້ການຜະລິດ, ແນໃສ່ຮັກສາສຸຂະພາບຂອງຄົນ, ສັດ ແລະ ສິ່ງ ແວດລ້ອມ ປະກອບສ່ວນໃນການພັດທະນາເສດຖະກິດສັງຄົມ, ສາມາດເຊື່ອມໂຍງພາກພື້ນ ແລະ ສາກົນ.
ມາດຕາ 2
ມາດຕະຖານກະສິກຳອິນຊີ ມາດຕະຖານກະສິກຳອິນຊີ ແມ່ນວິທີການ ແລະ ເງື່ອນໄຂການຜະລິດກະສິກຳອິນຊີ ໃນທຸກຂັ້ນຕອນ ເລີ່ມແຕ່ການປູກຈົນຮອດຂັ້ນຕອນການປຸງແຕ່ງ, ການຈັດການ, ການເກັບຮັກສາ, ການຂົນສົ່ງ, ການເກັບກ່ຽວ ຕົນຜະລິດຈາກທຳມະຊາດ ແລະ ບັດໄຈການຜະລິດ ເພື່ອການຄ້າ ໂດຍປະຕິບັດຕາມມາດຕະຖານກະສິກຳອິນ ຊີ ຂອງ ສປປ ລາວ. ,. .,ງ່ 1 ສຳລັບນ້ຳເຜິ້ງຈາກການລ້ຽງເຜິ່ງ, ການປຸກມອນ-ລ້ຽງມ້ອນ ແລະ ການປູກເຫັດ ໄດ້ກຳນົດໃນລະບຽບການ ສະເພາະ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 50 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ