ດຳລັດ ວ່າດ້ວຍ ການຂ້າສັດ, ທຳລາຍຊາກສັດ ແລະ ການຊົດເຊີຍ

政令 关于扑杀动物、销毁动物尸体及补偿

Decree on the Culling of Animals, Disposal of Animal Carcasses, and Compensation

ບົດສະຫຼຸບ

ດຳລັດສະບັບນີ້ກຳນົດຫຼັກການ, ເງື່ອນໄຂ, ການປະເມີນມູນຄ່າ, ການຈ່າຍຄ່າຊົດເຊີຍ, ຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມ ແລະ ລະບົບການຄຸ້ມຄອງ-ກວດກາ ສຳລັບການຂ້າສັດ, ທຳລາຍຊາກສັດ ແລະ ການຊົດເຊີຍໃຫ້ເຈົ້າຂອງສັດທີ່ໄດ້ຮັບຜົນກະທົບ ເພື່ອຄວບຄຸມການລະບາດຂອງພະຍາດສັດ.

ມາດຕາ

ມາດຕາ 1

ຂ ເງື່ອນໄຂ ຂອງການຊົດເຊີຍ ເງື່ອນໄຂ ຂອງການຊົດເຊີຍ ມີດັງນີ: 1. ແຈ້ງການຂ້າສັດ ຂອງຄະນະສະເຟາະກິດຄວບຄຸມພະຍາດລະບາດຂອງພະຍາດສັດ; 2. ບົດບັນທຶກການຂ້າສັດ ແລະ ການທຳລາຍຊາກສັດ. ຜູ້ທີ ຈະໄດ້ຮັບການຊົດເຊິຍ ຕ້ອງມີຫຼັກຖານຢັ້ງຢືນວ່າ ເປັນເຈົ້າຂອງສັດ ແລະ ຊາກສັດ ທີ່ຖືກຂ້າ ແລະ ທຳລາຍ.

ມາດຕາ 2

ການຂ້າສັດ, ການທຳລາຍຊາກສັດ ແລະ ການຊົດເຊີຍ. ການຂ້າສັດ ແລະ ການທຳລາຍຊາກສັດ ໝາຍເຖິງ ການເຮັດໃຫ້ສັດຕາຍດ້ວຍວິທີການດ້ານເຕັກນິກວິຊາສະເພາະ ແລະ ກຳຈັດຊາກສັດຕາມຫຼັກການວິຊາການ ໂດຍປະຕິບັດຕາມຄຳແນະນຳຂອງອົງການສຸຂະພາບສັດໂລກ. ການຊົດເຊີຍ ໝາຍເຖິງ ການຊົດໃຊ້ ຫຼື ຫຼຸດຜ່ອນຄວາມເສຍຫາຍ ໃຫ້ແກ່ເຈົ້າຂອງສັດທີ່ໄດ້ຮັບຜົນກະທົບຈາກການຂ້າສັດ ແລະ ການທຳລາຍຊາກສັດ ໂດຍລັດເປັນຜູ້ຊົດເຊີຍເປັນເງິນຕາ, ສັດພັນດີ, ພືດອາຫານສັດພັນດີ ຫຼື ປະຕິບັດນະໂຍບາຍອື່ນໆ ຕາມຄວາມເໝາະສົມ.

ມາດຕາ 3

ຄຳອະທິບາຍສັບ. ຄວາມໝາຍຂອງສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີດັ່ງນີ້: 1. ສັດ ໝາຍເຖິງ ງົວ, ຄວາຍ, ໝູ, ແກະ, ແບ້, ສັດປີກ, ສັດນ້ຳ ແລະ ສັດອື່ນໆ ທີ່ຕິດເຊື້ອພະຍາດທີ່ຕ້ອງລາຍງານຕາມກຳນົດໃນແຕ່ລະໄລຍະຂອງກະຊວງກະສິກຳ ແລະ ປ່າໄມ້; 2. ເຂດແດງ ໝາຍເຖິງ ເຂດທີ່ມີການລະບາດຂອງພະຍາດສັດ ເຊິ່ງຂອບເຂດລັດສະໝີແຕກຕ່າງກັນໄປຕາມຂໍ້ກຳນົດຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ສັດຕະວະແພດ; 3. ເຈົ້າຂອງສັດ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທີ່ຖືຄອງເອກະສານຫຼັກຖານຕາມກົດໝາຍ ວ່າສັດທີ່ຖືກຂ້າ ຫຼື ທຳລາຍຊາກ ເປັນຂອງຕົນໂດຍຊອບດ້ວຍກົດໝາຍ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 31 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ