ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງວິຊາຊີບ ຂອງ ສະຖາປະນິກ ແລະ ວິສະວະກອນໂຍທາ
关于建筑师与土木工程师职业管理的决定
Decision on the Professional Management of Architects and Civil Engineers
ບົດສະຫຼຸບ
ຂໍ້ຕົກລົງນີ້ອອກໂດຍກະຊວງໂຍທາທິການ ແລະ ຂົນສົ່ງ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະສານງານຕໍ່ສະຖາປະນິກ ແລະ ວິສະວະກອນໂຍທາຂອງລາວ, ອາຊຽນ ແລະ ຕ່າງປະເທດທີ່ປະກອບອາຊີບຢູ່ ສປປ ລາວ, ກວມເອົາການຂຶ້ນທະບຽນວິຊາຊີບ, ການສະໝັກຄຸນວຸດທິອາຊຽນ, ການພັດທະນາວິຊາຊີບຢ່າງຕໍ່ເນື່ອງ, ຈັນຍາບັນວິຊາຊີບ, ມາດຕະຖານຊັ້ນວິຊາຊີບ, ສິດ ແລະ ໜ້າທີ່, ການເຄື່ອນຍ້າຍບຸກຄະລາກອນອາຊຽນ, ການອະນຸມັດແບບແຜນ, ການປະຊຸມສະພາ ແລະ ງົບປະມານ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງ, ຕິດຕາມ ກວດກາ ແລະ ປະສານງານ ເພື່ອເຮັດໃຫ້ສະຖາປະນິກ ແລະ ວິສະວະກອນໂຍທາ ລາວ, ອາຊຽນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ຢູ່ ສປປ ລາວ ມີປະສິດທິພາບ ແລະ ປະສິດທິຜົນສູງ ແນໃສ່ຮັບປະກັນທາງດ້ານ ເຕັກນິກວິຊາການ ແລະ ການບໍລິການວິຊາການໃຫ້ມີ ຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ ປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.
ມາດຕາ 2
ການຄຸ້ມຄອງວິຊາຊີບ ຂອງສະຖາປະນິກ ແລະ ວິສະວະກອນໂຍທາ ການຄຸ້ມຄອງວິຊາຊີບ ຂອງສະຖາປະນິກ ແລະ ວິສະວະກອນໂຍທາແມ່ນການ ຄວບຄຸມ, ຕິດຕາມ ກວດກາ, ປະສານງານ ແລະ ການສົ່ງເສີມ ການປະກອບວິຊາຊີບ ຂອງສະຖາປະນິກ ແລະ ວິສະວະກອນ ຫ້າທີ 1 , ໂຍທາ ລາວ, ອາຊຽນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວວິຊາຊີບຢູ່ ສປປ ລາວ ພາຍໃຕ້ການຄຸ້ມຄອງຂອງ ສະພາສະຖາປະນິກ ແລະ ວິສະວະກອນໂຍທາ ລາວ (ສສວຍລ). ສະພາສະຖາປະນິກ ແລະ ວິສະວະກອນໂຍທາ ລາວ ມີທີ່ຕັ້ງຂຶ້ນກັບສະຖາບັນ ໂຍທາທິການ ແລະ ຂົນສົ່ງ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາລະບົດບາດຂອງ ສະພາສະຖາປະນິກ ແລະ ວິສະວະກອນໂຍທາ ລາວ ແມ່ນອີງໃສ່ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງ ຍທຂ ສະບັບເລກທີ 16746/ ຍທຂ, ລົງວັນທີ 16 ກໍລະກົດ 2019 ວ່າດ້ວຍ ການສ້າງຕັ້ງສະພາສະຖາປະນິກ ແລະ ວິສະວະກອນໂຍທາ ລາວ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 63 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ