ດຳລັດ ວ່າດ້ວຍ ການຄຸ້ມຄອງທຶນການສຶກສາຕ່າງປະເທດ ແລະ ຜູ້ຮຽນ

关于境外教育奖学金与就学人员管理的法令

Decree on the Management of Overseas Education Scholarships and Students

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງທຶນການສຶກສາ ແລະ ຜູ້ໄປຮຽນຕ່າງປະເທດ (ລວມທັງຊາວລາວທີ່ໄປຮຽນຕ່າງປະເທດ ແລະ ຊາວຕ່າງປະເທດທີ່ມາຮຽນໃນລາວ) ແບບລວມສູນ, ເປັນເອກະພາບ ແລະ ປ່ອງດຽວ, ກຳນົດປະເພດທຶນການສຶກສາ, ເງື່ອນໄຂການສະໝັກ, ສິດ ແລະ ໜ້າທີ່, ອົງການຄຸ້ມຄອງ-ຕິດຕາມກວດກາ ແລະ ໜ້າທີ່ຂອງຕົນ, ແຫຼ່ງງົບປະມານ ແລະ ອື່ນໆ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ ແລະ ການ ຕິດຕາມ ກວດກາ ວຽກງານຄຸ້ມຄອງທຶນການສຶກສາຕ່າງປະເທດ ແລະ ຜູ້ຮຽນ ເພື່ອໃຫ້ວຽກງານດັ່ງກ່າວ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ, ມີປະສິດທິຜົນ ແລະ ເປັນເອກະພາບໃນຂອບເຂດທົ່ວ ປະເທດ ແນໃສ່ເຮັດໃຫ້ການຄຸ້ມຄອງທຶນການສຶກສາຕ່າງປະເທດ ແລະ ຜູ້ຮຽນ ເປັນລະບົບຜ່ານປະຕູດຽວ, ຖືກຕ້ອງ ແລະ ສອດຄ່ອງ ກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ 2

ການຄຸ້ມຄອງທຶນການສຶກສາຕ່າງປະເທດ ແລະ ຜູ້ຮຽນ ການຄຸ້ມຄອງທຶນການສຶກສາຕ່າງປະເທດ ແລະ ຜູ້ຮຽນ ແມ່ນ ການຈັດຕັ້ງປະຕິບັດລະບຽບການ ແລະ ຂະບວນການຄຸ້ມຄອງທຶນການສຶກສາ ແລະ ຜູ້ຮຽນ ໂດຍອົງການຄຸ້ມຄອງວຽກງານຄຸ້ມຄອງທຶນການສຶກສາ ແລະ ຜູ້ຮຽນ ດ້ວຍລະບົບການຄຸ້ມຄອງແບບລວມສູນ, ເປັນເອກະພາບ ແລະ ຜ່ານປະຕູດຽວ ໃນຂອບເຂດ ທົ່ວປະເທດ.

ມາດຕາ 3

ການອະທິບາຍຄຳສັບ ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ຜູ້ຮຽນ ໝາຍເຖິງ ນັກຮຽນ, ນັກສຶກສາ ແລະ ນັກຄົ້ນຄວ້າ ທີ່ເປັນຄົນລາວ ທີ່ກຳລັງຮຽນ, ສຶກສາ ແລະ ຄົ້ນຄວ້າ ຢູ່ຕ່າງປະເທດ ແຕ່ຊັ້ນມັດທະຍົມສຶກສາຕອນຕົ້ນ ຂຶ້ນໄປ ແລະ ຄົນຕ່າງປະເທດ ທີ່ກຳລັງສຶກສາ ຢູ່ ສປປ ລາວ; 2. ທຸດຈະລິດ ໝາຍເຖິງ ຄວາມລຳອຽງ, ຕົວະຍົວະ ແລະ ບໍ່ຊື່ສັດບໍລິສຸດ; 3. ການສຶກສາຫຼັງປະລິນຍາ ໝາຍເຖິງ ການສຶກສາລົງເລິກຂະແໜງວິຊາສະເພາະດ້ານໃດໜຶ່ງ; 4. ການບໍລິການ ໝາຍເຖິງ ການບໍລິການເອກະສານ, ໃຫ້ຄຳປຶກສາ, ແນະນຳ ການສະໝັກທຶນການ ສຶກສາ. ການປະກອບເອກະສານ ແລະ ສະຖານການສຶກສາ ຕ່າງປະເທດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 42 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ