ຂໍຕົກລົງ ວ່າດ້ວຍ ທຸລະກິດໃຫ້ການບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ (ກະຊວງພະລັງງານ ແລະ ບໍ່ແຮ່, /ພບ, ປີ 2022)
关于与矿产经营相关的服务经营业务的协议(能源与矿产部,第../能矿号,2022年)
Agreement on Business Operations Related to Mineral Operations (Ministry of Energy and Mines, No. .../MEM, 2022)
ບົດສະຫຼຸບ
ຂໍ້ຕົກລົງນີ້ກຳນົດການຄຸ້ມຄອງ, ການຕິດຕາມກວດກາ, ເງື່ອນໄຂ ແລະ ຂັ້ນຕອນການອອກໃບອະນຸຍາດທີ່ກ່ຽວຂ້ອງກັບການດຳເນີນທຸລະກິດບໍລິການທີ່ກ່ຽວຂ້ອງກັບການດຳເນີນທຸລະກິດແຮ່ທາດ, ກຳນົດການພັກໃຊ້, ການຍົກເລີກ, ການສິ້ນສຸດ, ການຖອນໃບອະນຸຍາດ, ສິດ ແລະ ໜ້າທີ່ຂອງຜູ້ປະກອບການ, ອົງການຄຸ້ມຄອງ ແລະ ຕິດຕາມກວດກາ ແລະ ອຳນາດໜ້າທີ່ຂອງຕົນ, ພ້ອມທັງມາດຕະການຕໍ່ຜູ້ມີຜົນງານ ແລະ ຜູ້ລະເມີດ, ມີຜົນບັງຄັບໃຊ້ພາຍຫຼັງສິບຫ້າວັນນັບແຕ່ວັນລົງນາມ ແລະ ລົງພິມໃນຈົດໝາຍເຫດລັດຖະບານ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດ ຫຼັກການ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ການເຄື່ອນໄຫວ, ຂັ້ນຕອນ ແລະ ເງື່ອນໄຂການອອກອະນຸຍາດດຳເນີນທຸລະກິດກ່ຽວກັບທຸລະກິດໃຫ້ການ ບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ໃຫ້ມີ ຄວາມໂປ່ງໃສ, ມີປະສິດທິຜົນສູງ ແລະ ມີຄວາມປອດໄພ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ຂອງຊາດ ແລະ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າດີຂຶ້ນເທື່ອລະກ້າວ.
ມາດຕາ 2
ທຸລະກິດໃຫ້ການບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ ທຸລະກິດໃຫ້ການບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ ແມ່ນການດຳເນີນທຸລະກິດກ່ຽວກັບ ການບໍລິການວຽກງານຊອກຄົ້ນ, ສຳຫຼວດ, ສ້າງແຜນທີ່, ສຳຫຼວດທໍລະນີຟີຊິກ, ເຈາະສຳຫຼວດ, ຂຸດຄົນ, ຂົນສົ່ງ, ວິໄຈ ແລະ ວຽກງານໃຫ້ຄຳປຶກສາດ້ານບໍ່ແຮ່ ແລະ ການບໍລິການອື່ນກ່ຽວກັບແຮ່ທາດ.
ມາດຕາ 3
ຂອບເຂດການນຳໃຊ້ ຂໍ້ຕົກລົງສະບັບນີ້ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ ດຳເນິນທຸລະກິດໃຫ້ການບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ ໃນຂອບເຂດທົ່ວປະເທດ. ໜວດທີ 2 ການດຳເນີນທຸລະກິດໃຫ້ການບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 26 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ