ມະຕິ ຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍ ການຕີຄວາມໝາຍ ແລະ ອະທິບາຍກົດໝາຍ (ເລກທີ 3/ຄປຈ)
国会常务委员会关于法律解释与说明的决议(第3/国常号)
Resolution of the Standing Committee of the National Assembly on Legal Interpretation and Clarification (No. 3/SCNA)
ບົດສະຫຼຸບ
ມະຕິນີ້ກຳນົດຫຼັກການ, ລະບຽບການ, ຂັ້ນຕອນ ແລະ ວິທີການໃນການຕີຄວາມ ແລະ ຊີ້ແຈງກົດໝາຍ, ຊີ້ແຈງປະເພດຂອງການຕີຄວາມ ແລະ ຊີ້ແຈງ, ອົງການຈັດຕັ້ງທີ່ມີສິດສະເໜີ, ຂັ້ນຕອນການສຶກສາ ແລະ ພິຈາລະນາ ແລະ ຜົນສັກສິດ, ເພື່ອໃຫ້ຄວາມເຂົ້າໃຈກົດໝາຍຖືກຕ້ອງ, ເປັນເອກະພາບ ແລະ ສາມາດປະຕິບັດໄດ້, ມີຜົນສັກສິດນັບແຕ່ວັນທີ່ປະທານສະພາແຫ່ງຊາດລົງນາມ, ແລະ ແທນທີ່ມະຕິເລກທີ 0133/ສພຊ ວັນທີ 4 ທັນວາ 2019.
ມາດຕາ
ມາດຕາ 1
ຂ ການຂຽນເນື້ອໃນການຕີຄວາມໝາຍ ແລະ ອະທິບາຍກົດໝາຍ ການຂຽນເນື້ອໃນ ຕ້ອງໃຫ້ຊັດເຈນ, ເລິກເຊິ່ງ ແລະ ຮັດກຸມ ເມື່ອອ່ານແລ້ວ ກໍໃຫ້ເຂົ້າໃຈໃນຄວາມໝາຍອັນດຽວກັນ ແລະ ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
ມາດຕາ 2
ການຕີຄວາມໝາຍ ແລະ ອະທິບາຍກົດໝາຍ ການຕີຄວາມໝາຍກົດໝາຍ ແມ່ນ ການນຳເອົາບາງຄຳສັບ, ປະໂຫຍກ ຫຼື ມາດຕາຂອງກົດໝາຍ ທີ່ເຫັນ ວ່າມີຄວາມເຂົ້າໃຈແຕກຕ່າງກັນນັ້ນ ມາກຳນົດໃຫ້ມີຄວາມ ຊັດເຈນ, ເຂົ້າໃຈ ເປັນເອກະພາບໃນຄວາມໝາຍ ດຽວກັນ. ການອະທິບາຍກົດໝາຍ ແມ່ນ ການນຳເອົາບາງຄຳສັບ, ປະໂຫຍກ ຫຼື ມາດຕາຂອງກົດໝາຍ ທີ່ເຫັນວ່າ ມີຄວາມເຂົ້າໃຈແຕກຕ່າງກັນນັ້ນ ມາຂະຫຍາຍໃຫ້ມີຄວາມຈະແຈ້ງ ແລະ ເປັນເອກະພາບກັນ. 1
ມາດຕາ 3
ສາເຫດທີ່ສະເໜີໃຫ້ຕີຄວາມໝາຍ ແລະ ອະທິບາຍກົດໝາຍ ສາເຫດທີ່ສະເໜີໃຫ້ຕີຄວາມໝາຍ ແລະ ອະທິບາຍກົດໝາຍ ມີ ດັ່ງນີ້: 1. ການຈັດຕັ້ງປະຕິບັດບາງມາດຕາຂອງກົດໝາຍ ທີ່ໄດ້ປະກາດໃຊ້ໄປແລ້ວບໍ່ທັນເປັນເອກະພາບ ແລະ ມີຄວາມເຂົ້າໃຈແຕກຕ່າງກັນ; 2. ບາງມາດຕາຂອງກົດໝາຍ ທີ່ໄດ້ປະກາດໃຊ້ໄປແລ້ວ ຮຽກຮ້ອງໃຫ້ມີການກຳນົດຂອບເຂດ ຫຼື ເນື້ອໃນທີ່ຊັດເຈນ ຫຼື ຕ້ອງການຂະຫຍາຍຄວາມໃຫ້ແຈ້ງຕື່ມ; 3. ການປັບປຸງບາງມາດຕາຂອງກົດໝາຍ ມີຄວາມຈຳເປັນຕ້ອງກຳນົດເວລາໃນການຈັດຕັ້ງປະຕິບັດ. ໝວດທີ 2 ປະເພດການຕີຄວາມໝາຍ ແລະ ອະທິບາຍກົດໝາຍ
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 19 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ