ຄຳແນະນຳ ກ່ຽວກັບ ການສົ່ງອອກຜະລິດຕະພັນໄມ້ທຳມະຊາດໄປຕ່າງປະເທດ (ກະຊວງອຸດສາຫະກຳ ແລະ ການຄ້າ, ເລກທີ 022/ອຄ)

关于天然木材产品出口国外的指南(工业与贸易部,第022/工商号)

Guidelines on the Export of Natural Wood Products (Ministry of Industry and Commerce, No. 022/MIC)

ບົດສະຫຼຸບ

ຄຳແນະນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບນີ້ ວ່າດ້ວຍການສົ່ງອອກຜະລິດຕະພັນໄມ້ທຳມະຊາດ ໄປຕ່າງປະເທດ, ກຳນົດປະເພດຜະລິດຕະພັນໄມ້ທີ່ສົ່ງອອກ, ເງື່ອນໄຂຂອງຜູ້ສົ່ງອອກ, ຂັ້ນຕອນການສົ່ງອອກ, ການອອກໃບອະນຸຍາດ, ອາກອນ ແລະ ຄ່າທຳນຽມ, ສິດ ແລະ ໜ້າທີ່ຂອງພາກສ່ວນກ່ຽວຂ້ອງ, ການຈັດການກັບການລະເມີດ ແລະ ການມີຜົນສັກສິດ.

ມາດຕາ

ມາດຕາ 1

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ - ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ກະຊວງ ອຸດສາຫະກຳ ແລະ ການຄ້າ, ເລກທີ 022/ອຄ. ນະຄອນຫຼວງວຽງຈັນ, ວັນທີ 22 ມີນາ 2022. ຄຳແນະນຳກ່ຽວກັບການສົ່ງອອກຜະລິດຕະພັນໄມ້ທຳມະຊາດໄປຕ່າງປະເທດ. ອີງຕາມ: ກົດໝາຍວ່າດ້ວຍປ່າໄມ້ ສະບັບເລກທີ 64/ສພຊ (ປະກາດໃຊ້ວັນທີ 13 ມິຖຸນາ 2019); ດຳລັດວ່າດ້ວຍການຈັດຕັ້ງ ແລະ ການດຳເນີນງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 604/ນຍ; ຄຳສັ່ງວ່າດ້ວຍການອຳນວຍຄວາມສະດວກໃນການນຳເຂົ້າ, ສົ່ງອອກ, ນຳເຂົ້າຊົ່ວຄາວ, ຜ່ານແດນ ແລະ ຂົນສົ່ງສິນຄ້າ ພາຍໃນ ສປປ ລາວ ສະບັບເລກທີ 12/ນຍ (ປະກາດໃຊ້ວັນທີ 16 ຕຸລາ 2019); ໜັງສືສະເໜີຂອງກົມນຳເຂົ້າ-ສົ່ງອອກ ເລກທີ 0911/ກສ (ວັນທີ 10 ມີນາ 2022). ເພື່ອສົ່ງເສີມການຜະລິດ, ປຸງແຕ່ງໄມ້ໃຫ້ເປັນສິນຄ້າ, ເພີ່ມທະວີການຄຸ້ມຄອງຕິດຕາມແຫຼ່ງທີ່ມາຂອງໄມ້ໃຫ້ຖືກຕ້ອງຕາມກົດໝາຍ, ພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ປະຕິບັດເປັນເອກະພາບໃນທົ່ວປະເທດ ກ່ຽວກັບເງື່ອນໄຂ, ຂັ້ນຕອນ, ວິທີການ ແລະ ມາດຕະການ ໃນການສົ່ງອອກໄມ້ທຳມະຊາດໄປຕ່າງປະເທດ. ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳແນະນຳ:

ມາດຕາ 2

ປະເພດຜະລິດຕະພັນໄມ້ທຳມະຊາດທີ່ສົ່ງອອກຕ່າງປະເທດ. ການສົ່ງອອກຜະລິດຕະພັນໄມ້ທຳມະຊາດໄປຕ່າງປະເທດ ໝາຍເຖິງ ການສົ່ງອອກຜະລິດຕະພັນໄມ້ທີ່ຜະລິດຈາກວັດຖຸດິບໄມ້ທຳມະຊາດ ເຊິ່ງປະຕິບັດຕາມຂໍ້ຕົກລົງວ່າດ້ວຍການຮັບຮອງບັນຊີລາຍຊື່ຜະລິດຕະພັນໄມ້ທີ່ສົ່ງອອກ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ຮັບຮອງ ແລະ ປະກາດໃຊ້ໃນແຕ່ລະໄລຍະ. ການກຳນົດປະເພດໄມ້ ໃຫ້ປະຕິບັດຕາມຂໍ້ຕົກລົງວ່າດ້ວຍການກຳນົດບັນຊີລາຍຊື່ໄມ້ປະເພດ I, II ແລະ III ທີ່ກະຊວງກະສິກຳ ແລະ ປ່າໄມ້ ຮັບຮອງ ແລະ ປະກາດໃຊ້ໃນແຕ່ລະໄລຍະ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ