ຂໍ້ຕົກລົງ ວ່າດ້ວຍ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
关于禁毒管控、堵截与整治基金的协议
Agreement on the Fund for Drug Control, Interdiction, and Remediation
ບົດສະຫຼຸບ
ຂໍ້ຕົກລົງຂອງເຈົ້າແຂວງອຸດົມໄຊ ວ່າດ້ວຍການສ້າງຕັ້ງກອງທຶນຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂຢາເສບຕິດ, ກຳນົດແຫຼ່ງທຶນ, ການນຳໃຊ້, ຄະນະບໍລິຫານ ແລະ ສຳນັກງານເລຂາ, ການກວດກາ, ການໃຫ້ລາງວັນ ແລະ ການລົງໂທດ.
ມາດຕາ
ມາດຕາ 1
ຈຸດປະສົງ. ຂໍຕົກລົງສະບັບນີ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບກອງທຶນຄວບຄຸມ, ສະກັດກັນ ແລະ ແກ້ໄຂບັນຫາຢາເສບຕິດ ເພື່ອລະດົມທຶນ, ສະສົມທຶນ ຈາກບຸກຄົນ, ນິຕິບຸກຄົນ, ຄົວເຮືອນ, ອົງການຈັດຕັ້ງພັກ- ແ, ລັດ ແລະ ອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ ເພື່ອມາຮັບໃຊ້ວຽກງານກວດກາ, ຄວບຄຸມ, ສະກັດກັນ ແລະ ແກ້ໄຂບັນຫາຢາເສບຕິດ ພ້ອມທັງປິນປົວ, ຝຶກວິຊາຊີບເບື່ອງຕົນ ໃຫ້ແກ່ຜູ້ຕິດຢາເສບຕິດ ແນໃສ່ເຮັດໃຫ້ສັງຄົມ ປຣດຈາກຢາເສບຕິດ.
ມາດຕາ 2
ກອງທຶນຄວບຄຸມ, ສະກັດກັນ ແລະ ແກ້ໄຂບັນຫາຢາເສບຕິດ. ກອງທຶນຄວບຄຸມ, ສະກັດກັນ ແລະ ແກ້ໄຂບັນຫາຢາເສບຕິດ ແມ່ນກອງທຶນຂອງລັດ ທີ່ສ້າງຕັ້ງຂຶ້ນເພື່ອ ລະດົມທຶນ, ສະສົມທຶນ ແລະ ຄຸ້ມຄອງ ແນໃສ່ຮັບປະກັນໃຫ້ມີງົບປະມານ ນຳໃຊ້ເຂົ້າໃນວຽກງານກວດກາ, ຄວບຄຸມ, ສະກັດກັນ, ແກ້ໄຂບັນຫາຢາເສບຕິດ ແລະ ການບຳບັດປິ່ນປົວ ຟື້ນຟູສຸຂະພາບ, ຝຶກວິຊາຊີບໃຫ້ແກ່ຜູ້ຕິດຢາເສບຕິດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 36 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ