ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງແຮ່ທາດອະໂລຫະ ສຳລັບການກໍ່ສ້າງ ແລະ ອຸດສາຫະກຳ ພາຍໃນ ແຂວງອຸດົມໄຊ
关于乌多姆赛省境内建筑及工业用非金属矿管理的协议
Agreement on the Management of Non-Metallic Minerals for Construction and Industry in Oudomxay Province
ບົດສະຫຼຸບ
ຂໍ້ຕົກລົງຂອງເຈົ້າແຂວງອຸດົມໄຊ ວ່າດ້ວຍການຄຸ້ມຄອງ, ອະນຸຍາດ, ຕິດຕາມ, ປົກປັກຮັກສາສິ່ງແວດລ້ອມ ແລະ ການຈັດການກັບການລະເມີດ ໃນການສຳຫຼວດ, ຂຸດຄົ້ນ, ປຸງແຕ່ງ ແລະ ຈຳໜ່າຍ ແຮ່ທາດທີ່ບໍ່ແມ່ນໂລຫະ ສຳລັບການກໍ່ສ້າງ ແລະ ອຸດສາຫະກຳ ພາຍໃນແຂວງ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ, ການປົກປັກຮັກສາ, ການນຳໃຊ້, ການດຳເນີນທຸລະກິດກ່ຽວກັບແຮ່ທາດອະໂລຫະສຳລັບການກໍ່ສ້າງ ແລະ ອຸດສາຫະກຳຢູ່ພາຍໃນແຂວງ ອຸດົມໄຊ. ເພື່ອເຮັດໃຫ້ການຊອກຄົ້ນ-ສຳຫຼວດ, ຂຸດຄົ້ນ, ປຸງແຕ່ງ, ຈຳໜ່າຍແຮ່ທາດອະໂລຫະສຳລັບການກໍ່ສ້າງ ແລະ ອຸດສາຫະກຳໃຫ້ເປັນລະບົບ, ຕໍ່ເນື່ອງ, ມີປະສິດທິພາບ, ປະສິດທິຜົນສູງ, ມີຄວາມໂປ່ງໃສ, ຍຸຕິທຳ, ເປີດເຜີຍ ແລະ ສາມາດກວດສອບໄດ້. ຮັບປະກັນການອະນຸຍາດຢ່າງຖືກຕ້ອງ, ສອດຄ່ອງ ຕາມຂັ້ນຕອນ, ຕາມກົດໝາຍ, ລະບຽບການທີ່ໄດ້ກຳນົດໄວ້ ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ສັງຄົມ ເພື່ອໃຫ້ໄປຕາມ ທິດສີຂຽວ, ຍືນຍົງ ຊຶ່ງສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນບັນດາເຜົ່າພາຍໃນແຂວງ ອຸດົມໄຊ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.
ມາດຕາ 2
ການຄຸ້ມຄອງແຮ່ທາດອະໂລຫະ ການຄຸ້ມຄອງແຮ່ທາດອະໂລຫະແມ່ນຂັ້ນຕອນການອະນຸຍາດໃຫ້ເກັບກຳຂໍ້ມູນຊອກຄົ້ນ-ສຳຫຼວດ, ຂຸດຄົ້ນ, ປຸງແຕ່ງ, ຈຳໜ່າຍ, ກຳນົດເຂດພື້ນທີ່ ເພື່ອວາງແຜນພັດທະນາ ແລະ ການນຳໃຊ້ແຮ່ທາດດັ່ງກ່າວ ພາຍໃນແຂວງອຸດົມໄຊ; ການຄຸ້ມຄອງທຸລະກິດແຮ່ທາດອະໂລຫະ ແມ່ນການຄຸ້ມຄອງຫົວໜ່ວຍທຸລະກິດກ່ຽວກັບແຮ່ທາດອະໂລຫະສຳລັບການກໍ່ສ້າງ ແລະ ອຸດສາຫະກຳ ແລະ ຜູ້ໃຫ້ສຳປະທານ (ຜູ້ຖືສິດນຳໃຊ້ທີ່ດິນ) ໃຫ້ຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ລະບຽບການ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 37 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ