ຂໍຕົກລົງ ວ່າດ້ວຍການກວດກາເຕັກນິກເຮືອ

关于船舶技术检验的决定

Decision on Technical Inspection of Ships

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ ອອກໂດຍກະຊວງໂຍທາທິການ ແລະ ຂົນສົ່ງ, ກຳນົດຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ໃນການກວດກາເຕັກນິກເຮືອ ຢູ່ ສປປ ລາວ, ກວມເອົາເງື່ອນໄຂ ແລະ ເອກະສານການຍື່ນຂໍກວດກາ, ປະເພດການກວດກາ, ພະນັກງານກວດກາ, ການດຳເນີນທຸລະກິດກວດກາ, ຄ່າທຳນຽມ, ການກະທຳທີ່ຫ້າມ ແລະ ການຄຸ້ມຄອງ-ຕິດຕາມ, ເພື່ອຮັບປະກັນຄວາມປອດໄພດ້ານເຕັກນິກໃນການຂົນສົ່ງທາງນ້ຳ.

ມາດຕາ

ມາດຕາ 1

ຂ ການກວດກາເຮືອຢູ່ອູ່ແຫ້ງ ຫຼື ເທິງຂາງ ເຮືອໂດຍສານ, ເຮືອຂົນສົ່ງສິນຄ້າ, ເຮືອຂົນສົ່ງສິນຄ້າອັນຕະລາຍ. ເຮືອວິສະວະກຳ, ເຮືອທ່ອງທ່ຽວ ທີ່ ຜ່ານການກວດກາເຮືອຕາມຮອບວຽນ ຖ້າເຫັນວ່າ ສະພາບເຮືອຕ້ອງໄດ້ຮັບການກວດກາເຕັກນິກຢ່າງລະອຽດ ເພື່ອຮັບປະກັນຄວາມປອດໄພໃນການເດີນເຮືອ ຫ່ວຍງານກວດກາເຕັກນິກ ຕ້ອງແຈ້ງເຈົ້າຂອງເຮືອ ຫຼື ຕົວ ແທນ ນຳເຮືອເຂົ້າກວດກາຢູ່ອູ່ແຫ້ງ ຫຼື ເທິງຂາງຕື່ມ.

ມາດຕາ 2

! ເງື່ອນໄຂໃນການດຳເນີນທຸລະກິດກວດກາເຕັກນິກເຮືອ ການດຳເນີນທຸລະກິດ ກ່ຽວກັບການກວດກາເຕັກນິກເຮືອ ຕ້ອງມີເງື່ອນໄຂຕົນຕໍ່ ດັງນີ; 1. ທຶນ: 2. ສຳນັກງານ ຫຼື ສິ່ງປູກສ້າງ, ວັດຖຸປະກອນ ທີ່ຖືກຕ້ອງຕາມມາດຕະຖານເຕັກນິກ; 3. ນັກວິຊາການ ທີ່ມີປະສົບການ ແລະ ວິຊາສະເພາະ ທີ່ກ່ຽວຂ້ອງກັບທຸລະກິດຂອງຕົນ: 4. ໄດ້ຮັບອະນຸຍາດຈາກຂະແຫງການໂຍທາທິການ ແລະ ຂົນສົ່ງ. ມາດຕາ ຂຂ ສິດ ແລະ ພັນທະ ຂອງຜູ້ດຳເນີນທຸລະກິດ ຜູ້ດຳເນີນທຸລະກິດ ກ່ຽວກັບການກວດກາເຕັກນິກເຮືອ ມີສິດ ແລະ ພັນທະ ດັງນີ: 1. ດຳເນີນທຸລະກິດ ຕາມທີ່ໄດ້ຮັບອະນຸຍາດ:; 2. ໄດ້ຮັບຂໍ້ມູນຂ່າວສານທີ່ຈຳເປັນ ໃນການດຳເນີນທຸລະກິດ ກ່ຽວກັບການກວດກາເຕັກນິກເຮືອ; 3. ຖືບັນຊີ ຕາມກົດໝາຍການບັນຊີ; 4. ຮັບປະກັນດ້ານຄຸນນະພາບ, ມາດຕະຖານເຕັກນິກຂອງເຮືອ ຫຼື ການບໍລິການຂອງຕົນ; 5. ຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຂຶ້ນ ຈາກການບໍລິການຂອງຕົນ; 6. ມີຈັນຍາບັນ, ຈັນຍາທຳ ແລະ ຮັກສາຄວາມລັບ ຕາມວິຊາຊີບຂອງຕົນ; 7. ປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ:; 8. ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຂອງລັດ ໃນການກວດກາການດຳເນີນທຸລະກິດ ກວດກາເຕັກນິກເຮືອ; 9. ເສຍພາສີ, ອາກອນ ແລະ ພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ:; 10. ນຳໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 36 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ