ດຳລັດ ວ່າດ້ວຍ ການກຳນົດຕຳແໜ່ງງານ
关于岗位职务设定的法令
Decree on Job Position Classification
ບົດສະຫຼຸບ
ລັດຖະບານແຫ່ງ ສປປ ລາວ ໄດ້ອອກດຳລັດກຳນົດຫຼັກການ, ວິທີການ, ຫ້າຂັ້ນຕອນ (ກະກຽມ, ຮ່າງ, ກວດສອບ, ອະນຸມັດ, ຈັດຕັ້ງປະຕິບັດ), ການຈັດຕຳແໜ່ງງານ, ການຄຸ້ມຄອງ ແລະ ກວດກາຂອງກະຊວງພາຍໃນ ແລະ ມາດຕະການຕໍ່ຜູ້ລະເມີດ ສຳລັບການກຳນົດຕຳແໜ່ງງານໃນຂັ້ນສູນກາງ ແລະ ທ້ອງຖິ່ນຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນ ເພື່ອເປັນພື້ນຖານໃນການຈັດຕັ້ງກົງຈັກ, ການແຕ່ງຕັ້ງ, ການຈັດວາງ ແລະ ການປະເມີນຜົນງານພະນັກງານ.
ມາດຕາ
ມາດຕາ 1
1 ການທົບທວນ ພາລະບົດບາດ, ພ້າທີ່ ແລະ ກຳນົດກຸ່ມວຽກ ການທົບທວນ ພາລະບົດບາດ ແລະ ໜ້າທີ່ ແມ່ນ ຂະບວນການຄົ້ນຄວ້າຄືນ ກ່ຽວກັບພາລະບົດບາດ ແລະ ໜ້າທີ່ ຂອງ ອົງການຈັດຕັ້ງ ທີ່ໄດ້ຮັບອະນຸມັດ. ພາຍຫຼັງທົບທວນ ພາລະບົດບາດ ແລະ ໜ້າທີ່ດັງກ່າວ ແລ້ວ ເຫັນວ່າ ຖືກຕ້ອງ ແລະ ຄົບຖ້ວນ ໃຫ້ດຳເນີນການຄົ້ນຄວ້າ, ວິເຄາະ, ວິໄຈ ຫາວຽກ ເພື່ອກຳນົດເປັນ ກຸ່ມວຽກ ຊຶ່ງການກຳນົດເປັນກຸ່ມວຽກນັ້ນ ໃຫ້ນຳໃຊ້ ສັນຍາລັກ ຫຼື ເປັນເຄື່ອງໝາຍ; ໃນກໍລະນີເຫັນວ່າ ການກຳນົດພາລະບົດບາດ ແລະ ໜ້າທີ່ ດັງກ່າວ ບໍ່ລະອຽດ, ບໍ່ຈະແຈ້ງ ແລະ ບໍ່ ສອດຄ່ອງ ກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ກໍ່ຕ້ອງຄົ້ນຄວ້າປັບປຸງ ແລະ ນຳສະເໜີຂັ້ນເທິງ ພິຈາລະນາອະນຸມັດຄືນໃໝ່; ຖ້າຫາກ ພາລະບົດບາດ ແລະ ໜ້າທີ່ ດັງກ່າວ ມີການຊ້ຳຊ້ອນ ຫຼື ຄ້າຍຄື ກັບພາລະບົດບາດ ແລະ ໜ້າທີ່ຂອງອົງການຈັດຕັ້ງອື່ນ ໃຫ້ສັບຊ້ອນ ພາລະບົດບາດ ແລະ ໜ້າທີ່ ຂອງ ອົງການຈັດຕັ້ງນັ້ນ ເຂົ້າກັນ ເຮັດໃຫ້ ກົງຈັກຫຼຸດລົງ ແລະ ເຮັດໃຫ້ພະນັກງານ-ລັດຖະກອນ ເຮັດວຽກໄດ້ເຕັມຄວາມຮູ້ຄວາມສາມາດ.
ມາດຕາ 2
ການກຳນົດຕຳແຫ່ງງານ ການກຳນົດຕຳແຫ່ງງານ ແມ່ນ ການກຳນົດເປັນລາຍລັກອັກສອນ ກ່ຽວກັບກຸ່ມວຽກ ແລະ ຄວາມ <, > >. ຫ້ >: 1 <> >: < ພ້ ນ ມ ຮັບຜິດຊອບ ບົນພື້ນຖານ ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງ ອົງການຈັດຕັ້ງ ທີ່ໄດ້ຮັບການ 3 ວ 1 <” < ວ ມ ອະນຸມັດ ເພື່ອໃຫ້ ພະນັກງານ-ລັດຖະກອນ ປະຕິບັດ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 36 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ