ຂໍ້ຕົກລົງ ວ່າດ້ວຍ ທຸລະກິດການຈຳໜ່າຍວັດຖຸມີຄ່າ

关于贵重物品销售业务的协议

Agreement on the Sale of Valuable Items

ບົດສະຫຼຸບ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຂໍ້ຕົກລົງກຳນົດເງື່ອນໄຂການດຳເນີນທຸລະກິດຂາຍເຄື່ອງມີຄ່າ (ເຄື່ອງຄຳ, ເງິນ, ອັດມະນີ, ໄຂ່ມຸກ ແລະ ອື່ນໆ), ການອອກໃບອະນຸຍາດ, ສິດ ແລະ ໜ້າທີ່ຂອງຜູ້ປະກອບການ, ລະບົບການຄຸ້ມຄອງສາມຂັ້ນ ແລະ ມາດຕະການຕໍ່ຜູ້ລະເມີດ ເພື່ອຕ້ານການຟອກເງິນ, ຕ້ານການສະໜັບສະໜູນການກໍ່ການຮ້າຍ ແລະ ປົກປ້ອງຜົນປະໂຫຍດຂອງທຸກຝ່າຍ.

ມາດຕາ

ມາດຕາ 1

! ພັນທະຂອງຜູ້ດຳເນີນທຸລະກິດການຈຳຫ່າຍວັດຖຸມີຄ່າ ຜູ້ທີ່ໄດ້ຮັບອະນຸຍາດດຳເນິນທຸລະກິດການຈຳຫ່າຍວັດຖຸມີຄ່າ ມີພັນທະ ດັງນີ: [ . ແຈ້ງເສຍອາກອນ ແລະ ພັນທະອື່ນຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ; 2. ສະຫອງແຜນດຳເນີນທຸລະກິດປະຈຳປີ ພາຍໃນ ເກົ້າສິບວັນ ນັບແຕ່ວັນທີອອກໃບອະນຸຍາດດຳເນິນ ທຸລະກິດຈຳຫ່າຍວັດຖຸມີຄ່າ ຕາມແບບພິມທີກົມການຄ້າພາຍໃນໄດ້ກຳນົດ; 3. ສ້າງຂໍ້ກຳນົດ ຫຼື ກົດລະບຽບພາຍໃນ ກ່ຽວກັບການຕ້ານສະກັດກັນການຟອກເງິນ ແລະ ການສະຫອງທຶນໃຫ້ແກ່ການກໍ່ການຮ້າຍ: 4. ສະຫຼຸບ ແລະ ລາຍງານສະຖິຕິການຊື່-ຂາຍຕົວຈິງ ສົ່ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ .ນະຄອນຫຼວງ ຫຼື ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ. ບົດສະຫຼຸບປະຈຳຫົກເດືອນແມ່ນໃຫ້ ສິ່ງກ່ອນ ວັນທີ 30 ພຶດສະພາ, ສ່ວນບົດສະຫຼຸບປະຈຳປີ ໃຫ້ສິ່ງກ່ອນວັນທີ 30 ທັນວາ ຂອງທຸກໆປີ. ກົມການ ຄ້າພາຍໃນ ສ້າງແບບຟອມໃຫ້ບັນດາຫົວຫ່ວຍທຸລະກິດການຈຳຫ່າຍວັດຖຸມີຄ່າ ສັງລວມ ແລະ ລາຍງານເປັນ ເອກະພາບໃນຂອບເຂດທົ່ວປະເທດ; 5. ເກັບຮັກສາສຳນວນເອກະສານຄົບຊຸດ ກ່ຽວກັບ ການອະນຸຍາດດຳເນີນທຸລະກິດການຈຳຫ່າຍວັດຖຸມີ ຄ່າ ເຊັ້ນ: ຄຳຮ້ອງ, ໃບທະບຽນວິສາຫະກິດ, ເອກະສານລາຍງານການເຄືອນໄຫວບັນຊີທາງການເງິນ, ສັນຍາ ຫຼື ໃບຊື່-ຂາຍລະຫວ່າງຜູ້ຂາຍກັບຜູ້ຊື, ເອກະສານເຊີນເຂົ້າຮ່ວມງານວາງສະແດງ ແລະ ເອກະສານອື່ນໆ ທີ່ກ່ຽວ ຂ້ອງໃນໄລຍະເວລາ ຫ້າປີ; 6. ເກັບກຳສັງລວມ ແລະ ສະໜອງຂໍ້ມູນລະອຽດຂອງລູກຄ້າຕົນທີ່ຢູ່ພາຍໃນ ແລະ ຕ່າງປະເທດ, ການ ເຮັດທຸລະກຳ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຕ້ານສະກັດກັນການຟອກເງິນ ແລະ ການສະຫອງ ທຶນໃຫ້ແກ່ການກໍການຮ້າຍ ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຫຼື ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ປະຈຳປີ ແລະ ເຈົ້າຫ້າທີ່ກ່ຽວຂ້ອງ ຕາມການຮ້ອງຂໍ; 7. ກໍລະນີມີການປ່ຽນແປງຜູ້ດຳເນີນທຸລະກິດ, ຄະນະອຳນວຍການ, ສະມາຊິກສະພາບໍລິຫານ ແລະຜູ້ຖິ ຮຸ້ນຕ້ອງສະເຫົມາຍັງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຫຼື ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ທີ່ອອກໃບອະນຸຍາດດຳເນີນທຸລະກິດ; 4 8. ໃຫ້ການຮ່ວມມືໃນການຕິດຕາມກວດກາ ແລະ ສະຫອງຂໍ້ມູນໃຫ້ ພະແນກອຸດສາຫະກຳ ແລະ ການ ຄ້າ ແຂວງ, ນະຄອນຫຼວງ ຫຼື ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແລະ ຂະແໜງການທີ ກ່ຽວຂ້ອງອື່ນ ຕາມການສະເໜີ ຢ່າງບໍ່ມີເງື່ອນໄຂ: 9. ສະແດງລາຄາຊື-ຂາຍ ແລະ ກຳນົດລາຄາເກັບຊື້ຄືນເປັນເງິນກີບ ພ້ອມທັງລະບຸເງື່ອນໄຂຢ່າງລະອຽດ ຈະແຈ້ງ ໃນໃບສັນຍາຊື່-ຂາຍທຸກຄັ້ງ: 10.ປະຕິບັດພັນທະ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການຕ້ານສະກັດກັນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍການຮ້າຍ ແລະ ພັນທະອື່ນ ຕາມກົດໝາຍ ແລະ ລະບຽບການ. ໆປວດທີ 4 ການຄຸ້ມຄອງທຸລະກິດຈຳຫ່າຍວັດຖຸມີຄ່າ

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 18 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ