ກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ)
政府组织法(修订版)
Law on Government Organization (Revised Edition)
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການຈັດຕັ້ງ, ໜ້າທີ່ ແລະ ການດຳເນີນງານຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ລັດຖະບານແມ່ນອົງການບໍລິຫານສູງສຸດຂອງລັດ, ປະຕິບັດອຳນາດການປົກຄອງຕາມກົດໝາຍ, ຮັບຜິດຊອບຕໍ່ປະຊາຊົນ ແລະ ສະພາແຫ່ງຊາດ. ກົດໝາຍສະບັບນີ້ກຳນົດໂຄງສ້າງການຈັດຕັ້ງ, ຂອບເຂດອຳນາດໜ້າທີ່ ແລະ ວິທີການເຮັດວຽກຂອງລັດຖະບານ, ເພື່ອແນໃສ່ຮັບປະກັນຄວາມເປັນເອກະພາບ, ປະສິດທິພາບ ແລະ ຄວາມຖືກຕ້ອງຕາມກົດໝາຍຂອງການບໍລິຫານລັດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປົກປັກຮັກສາອະທິປະໄຕຂອງຊາດ ແລະ ຜົນປະໂຫຍດຂອງປະຊາຊົນ.
ມາດຕາ
ມາດຕາ 1
ມາດຕາ 1 ( ປັບປຸງ ) ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ກຽວກັບການຈັດຕັ້ງ ແລະ ການເຄືອນໄຫວຂອງ
ລັດຖະບານ ເພືອເຮັດໃຫ້ການຄຸ້ມຄອງລັດ, ຄູ່ມຄອງເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,
ການຕ່າງປະເທດ; ການຄຸ້ມຄອງ, ການນຳໃຊ້ຊັບພະຍາກອນຂອງຊາດ ແລະ ການປົກປັກຮັກສາສິງແວດລ້ອມ ມີປະສິດ
ທິພາບ ແນໃສຮັບປະກັນການປະຕິບັດ ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ ໃຫ້ຖືກຕ້ອງ, ເຮັດໃຫ້
ປະຊາຊົນ ຮັງມີ ຜາສຸກ, ປະເທດຊາດ ມັງຄັງ ເຂັມແຂງ, ສັງຄົມມິຄວາມສາມັກຄື ເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິ
ທຳ ແລະ ສີວິໄລ.
ມາດຕາ 2
ມາດຕາ 2 ລັດຖະບານ
ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ອົງການບໍລິຫານແຫງລັດ ຊຶງ
ຖືກຮັບຮອງໂດຍກອງປະຊມສະພາແຫ່ງຊາດ, ມີຄວາມຮັບຜິດຊອບ ຕໍ ສະພາແຫ່ງຊາດ ແລະ ປະທານປະເທດ.
ມາດຕາ 3
ມາດຕາ 3 ພາລະບົດບາດຂອງລັດຖະບານ
ລັດຖະບານ ມີ ພາລະບົດບາດຄຸ້ມຄອງບໍລິຫານລັດ ຢ່າງຮອບດ້ານ ແລະ ເປັນເອກະພາບໃນຂອບເຂດທົ່ວປະ
ເທດ ເປັນຕົນດ້ານ ການເມືອງ, ການປົກຄອງ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການ
ຕ່າງປະເທດ, ການຄຸ້ມຄອງ, ການນຳໃຊ້ຊັບພະຍາກອນຂອງຊາດ ໃຫ້ມີຄູນປະໂຫຍດສູງສຸດ ແລະ ການປົກປັກຮັກ
ສາສິ່ງແວດລ້ອມ ຕາມທິດຍືນຍົງ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 37 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ