ຄຳແນະນຳ ກ່ຽວກັບ ການສົ່ງອອກໄມ້ປຸກໄປຕ່າງປະເທດ

关于人工种植木材出口至国外的指导意见

Guidance on Export of Artificially Planted Timber Abroad

ບົດສະຫຼຸບ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກຳນົດເງື່ອນໄຂການສົ່ງອອກໄມ້ປູກໄປຕ່າງປະເທດ, ປະເພດຜູ້ສົ່ງອອກ, ການຂໍໃບອະນຸຍາດສົ່ງອອກ, ການກວດກາ, ການເກັບພາສີ, ໃບຢັ້ງຢືນແຫຼ່ງກຳເນີດ, ພັນທະພາສີ, ສິດ ແລະ ພັນທະຂອງພະນັກງານລັດ ແລະ ຜູ້ສົ່ງອອກ ແລະ ມາດຕະການລົງໂທດຜູ້ລະເມີດ ເພື່ອສົ່ງເສີມໃຫ້ໄມ້ປູກກາຍເປັນສິນຄ້າ ແລະ ເພີ່ມທະວີການຕິດຕາມແຫຼ່ງກຳເນີດຂອງໄມ້.

ມາດຕາ

ມາດຕາ 1

ຊະນິດໄມ້ປູກທີ່ສົ່ງອອກ ແລະ ຜູ້ສົ່ງອອກ. (ກ) ຊະນິດໄມ້ປູກທີ່ສົ່ງອອກ. ໄມ້ປູກທີ່ສົ່ງອອກໄປຕ່າງປະເທດ ໝາຍເຖິງ ໄມ້ປູກ ແລະ ຜະລິດຕະພັນຈາກໄມ້ປູກ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງ ວ່າດ້ວຍການຮັບຮອງບັນຊີລາຍຊື່ຜະລິດຕະພັນໄມ້ທີ່ສົ່ງອອກ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບຮອງ ແລະ ປະກາດໃຊ້ເປັນໄລຍະ. (ຂ) ຜູ້ສົ່ງອອກໄມ້ປູກ. 1. ປະເພດຜູ້ສົ່ງອອກ. ຜູ້ສົ່ງອອກໄມ້ປູກ ແບ່ງອອກເປັນ ຜູ້ສົ່ງອອກທົ່ວໄປ ແລະ ຜູ້ສົ່ງອອກທີ່ໄດ້ຮັບການຮັບຮອງ: (1) ຜູ້ສົ່ງອອກທົ່ວໄປ ໝາຍເຖິງ ໂຮງງານປຸງແຕ່ງໄມ້ປູກ, ບໍລິສັດປູກປ່າ, ບໍລິສັດນຳເຂົ້າ-ສົ່ງອອກໄມ້ປູກ ແລະ ຜະລິດຕະພັນຈາກໄມ້ປູກ ທີ່ຕັ້ງຂຶ້ນຕາມກົດໝາຍລາວ ແລະ ດຳເນີນທຸລະກິດຢ່າງຖືກຕ້ອງຕາມກົດໝາຍ; (2) ຜູ້ສົ່ງອອກທີ່ໄດ້ຮັບການຮັບຮອງ (Certified Exporter) ໝາຍເຖິງ ຜູ້ສົ່ງອອກທີ່ໄດ້ຮັບການຮັບຮອງຈາກກົມນຳເຂົ້າ-ສົ່ງອອກ ກ່ຽວກັບການຄຸ້ມຄອງແຫຼ່ງທີ່ມາຂອງໄມ້ ແລະ ຄວາມຖືກຕ້ອງຕາມກົດໝາຍຂອງໄມ້, ຜູ້ສົ່ງອອກທີ່ໄດ້ຮັບການຮັບຮອງ ຈະໄດ້ຮັບຄວາມສະດວກໃນການສົ່ງອອກໄມ້ໄປຕ່າງປະເທດ. 2. ເງື່ອນໄຂການສະໝັກເປັນຜູ້ສົ່ງອອກທີ່ໄດ້ຮັບການຮັບຮອງ: (1) ຕ້ອງດຳເນີນທຸລະກິດຢ່າງໃດໜຶ່ງດັ່ງຕໍ່ໄປນີ້: 1.1 ດຳເນີນທຸລະກິດປູກປ່າແບບອຸດສາຫະກຳ ແລະ ຈັດການປ່າແບບຍືນຍົງ; 1.2 ດຳເນີນທຸລະກິດໂຮງງານປຸງແຕ່ງໄມ້ທີ່ໃຊ້ໄມ້ປູກ 100% ເພື່ອຜະລິດເປັນຜະລິດຕະພັນສຳເລັດຮູບ; 1.3 ດຳເນີນທຸລະກິດຊື້-ຂາຍຜະລິດຕະພັນໄມ້ສຳເລັດຮູບທີ່ຜະລິດຈາກໄມ້ປູກ 100%; (2) ຕ້ອງປະຕິບັດໜ້າທີ່ຕໍ່ລັດຢ່າງຄົບຖ້ວນຕາມກົດໝາຍ; (3) ຕ້ອງສ້າງຕັ້ງລະບົບການຄຸ້ມຄອງ ແລະ ຕິດຕາມໄມ້ນຳເຂົ້າ-ສົ່ງອອກ ຕາມຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມໄມ້ນຳເຂົ້າ-ສົ່ງອອກ ສະບັບເລກທີ 0777/ກອຄ-ປມ ລົງວັນທີ 25 ສິງຫາ 2020. 3. ເອກະສານແນບການສະໝັກເປັນຜູ້ສົ່ງອອກທີ່ໄດ້ຮັບການຮັບຮອງ: ຜູ້ສະໝັກຕ້ອງຍື່ນຕໍ່ກົມນຳເຂົ້າ-ສົ່ງອອກ: (1) ໃບສະໝັກຕາມແບບຟອມທີ່ກົມນຳເຂົ້າ-ສົ່ງອອກກຳນົດ; (2) ສຳເນົາໃບທະບຽນວິສາຫະກິດ; (3) ສຳເນົາໃບອະນຸຍາດດຳເນີນທຸລະກິດ; (4) ສຳເນົາໃບຢັ້ງຢືນການປະຕິບັດພັນທະພາສີປະຈຳປີທີ່ຍັງມີຜົນສັກສິດ; (5) ໃບຢັ້ງຢືນຜະລິດຕະພັນໄມ້ທີ່ຜະລິດຢູ່ໃນໂຮງງານ ທີ່ອອກໃຫ້ໂດຍຂະແໜງອຸດສາຫະກຳ ແລະ ຫັດຖະກຳ. 4. ການພິຈາລະນາຄຳຮ້ອງຂໍເປັນຜູ້ສົ່ງອອກທີ່ໄດ້ຮັບການຮັບຮອງ: ຫຼັງຈາກກົມນຳເຂົ້າ-ສົ່ງອອກ ໄດ້ຮັບເອກະສານທີ່ຖືກຕ້ອງ ແລະ ຄົບຖ້ວນ ຈະດຳເນີນການກວດກາສະຖານທີ່ຕົວຈິງຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຈັດທຳບົດບັນທຶກ ພາຍໃນຫ້າວັນເຮັດການ. ຖ້າຜູ້ສະໝັກມີເງື່ອນໄຂຄົບຖ້ວນ, ກົມນຳເຂົ້າ-ສົ່ງອອກ ຕ້ອງອະນຸມັດ ແລະ ອອກໃບຢັ້ງຢືນການຮັບຮອງ ພາຍໃນສອງວັນເຮັດການ; ຖ້າຜູ້ສະໝັກມີເງື່ອນໄຂບໍ່ຄົບຖ້ວນ, ກົມນຳເຂົ້າ-ສົ່ງອອກ ຕ້ອງແຈ້ງໃຫ້ຮູ້ທັນທີ ແລະ ຊີ້ແຈງເຫດຜົນໃນບົດບັນທຶກການກວດກາສະຖານທີ່. ບັນຊີລາຍຊື່ຜູ້ສົ່ງອອກທີ່ໄດ້ຮັບການຮັບຮອງ ຈະຖືກເຜີຍແຜ່ໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ສັງຄົມຮັບຊາບ ຜ່ານເວັບໄຊສູນຂໍ້ມູນຂ່າວສານຊາຍແດນການຄ້າ (laotradeportal.gov.la) ແລະ ເວັບໄຊກົມນຳເຂົ້າ-ສົ່ງອອກ (dimex.gov.la). 5. ອາຍຸ ແລະ ການຕໍ່ອາຍຸໃບຢັ້ງຢືນການຮັບຮອງຜູ້ສົ່ງອອກທີ່ໄດ້ຮັບການຮັບຮອງ. ໃບຢັ້ງຢືນການຮັບຮອງຜູ້ສົ່ງອອກທີ່ໄດ້ຮັບການຮັບຮອງ ມີອາຍຸສອງປີ ແລະ ສາມາດຕໍ່ອາຍຸໄດ້, ການຕໍ່ອາຍຸຕ້ອງຍື່ນເອກະສານຕາມມາດຕາ 3 ຂອງຂໍ້ຕົກລົງນີ້ ຕໍ່ກົມນຳເຂົ້າ-ສົ່ງອອກ ກ່ອນໃບຢັ້ງຢືນໝົດອາຍຸ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ