ຄຳແນະນຳ ກ່ຽວກັບການສ້າງ ແລະ ປັບປຸງກົດຫາຍ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19
关于在新冠肺炎(COVID-19)疫情期间制定和修订法律的指导意见
Guidance on Drafting and Amending Laws During the COVID-19 Pandemic
ບົດສະຫຼຸບ
ກະຊວງຍຸຕິທຳໄດ້ອອກຄຳແນະນຳເພີ່ມເຕີມກ່ຽວກັບການເກັບກຳຂໍ້ມູນ, ການສຳຫຼວດ, ການຮ່າງກົດໝາຍ, ການປັບປຸງບາງມາດຕາ, ການອອກດຳລັດຂອງປະທານປະເທດ ແລະ ດຳລັດຂອງລັດຖະບານ ເພື່ອຮັບປະກັນການດຳເນີນວຽກງານນິຕິກຳໃຫ້ທັນເວລາ, ຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ ໃນໄລຍະການປ້ອງກັນ ແລະ ຄວບຄຸມພະຍາດລະບາດ.
ມາດຕາ
ມາດຕາ 1
ຈຸດປະສົງ. ຄຳແນະນຳສະບັບນີ້ ມີຈຸດປະສົງ ເພື່ອຊີ້ນຳກ່ຽວກັບ ການເກັບກຳຂໍ້ມູນ, ການຄົ້ນຄວ້າ ແລະ ການຮັບຟັງຂໍ້ສະເໜີແນະຕໍ່ຮ່າງກົດໝາຍ ຕາມທີ່ກຳນົດໄວ້ໃນ ພາກທີ 2 ຂອງ ພາກທີ 3 ຂອງ ກົດໝາຍວ່າດ້ວຍ ການບັນຍັດກົດໝາຍ ໃນໄລຍະການກະກຽມຮ່າງກົດໝາຍ ກ່ອນການລົງມືຂຽນເນື້ອໃນຮ່າງ ແລະ ຍັງຊີ້ນຳກ່ຽວກັບ ການປັບປຸງບາງມາດຕາຂອງກົດໝາຍ ເພື່ອໃຫ້ຮ່າງກົດໝາຍທີ່ຖືກສ້າງຂຶ້ນໃໝ່ ຫຼື ປັບປຸງໃນໄລຍະນີ້ ມີເນື້ອໃນຄົບຖ້ວນ, ຮອບຄອບ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ຮັບປະກັນໃຫ້ວຽກງານການສ້າງ ຫຼື ປັບປຸງກົດໝາຍ ສຳເລັດຕາມໄລຍະເວລາ ແລະ ແຜນການທີ່ກຳນົດໄວ້.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ