ຄຳສັ່ງ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ (ເລກທີ 18/ນຍ)

关于加强国家预算收入管理与防止流失的命令(第18/ນຍ号)

Order on Strengthening Management and Preventing Loss of National Budget Revenue (No. 18/ນຍ)

ບົດສະຫຼຸບ

ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງໃຫ້ບັນດາກະຊວງ ເພີ່ມທະວີການຄຸ້ມຄອງລາຍຮັບງົບປະມານແຫ່ງລັດ, ອຸດຊ່ອງຫວ່າງການເກັບລາຍຮັບ, ປ້ອງກັນການສູນເສຍລາຍຮັບ ໂດຍກຳນົດພັນທະຂອງກະຊວງການເງິນ, ບັນດາກະຊວງທີ່ກ່ຽວຂ້ອງ, ອຳນາດການປົກຄອງທ້ອງຖິ່ນ ແລະ ພາກທຸລະກິດ-ສັງຄົມ ໃນການເກັບພາສີ-ອາກອນຕາມກົດໝາຍ, ການຄຸ້ມຄອງບັນຊີ, ການຄຸ້ມຄອງສັນຍາສຳປະທານ ແລະ ການສົ່ງອອກຊັບພະຍາກອນ.

ມາດຕາ

ມາດຕາ 1

ບັນດາກະຊວງ, ອົງການທຽບເທົ່າກະຊວງ, ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ແລະ ແຂວງ, ໜ່ວຍງົບປະມານດ້ານບໍລິຫານ ແລະ ວິຊາການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ຕ້ອງເພີ່ມທະວີຄວາມຮັບຜິດຊອບ ຕາມໜ້າທີ່ ແລະ ອຳນາດຂອງຕົນ ໃນການຈັດຕັ້ງປະຕິບັດ ບັນດາເອກະສານກົດໝາຍ ແລະ ນິຕິກຳ ທີ່ໄດ້ປະກາດໃຊ້ ກ່ຽວກັບວຽກງານການຄຸ້ມຄອງ ແລະ ປ້ອງກັນການສູນເສຍລາຍຮັບງົບປະມານແຫ່ງລັດ.

ມາດຕາ 2

ບັນດາກະຊວງ, ອົງການຈັດຕັ້ງທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງຢຸດເຊົາ ຫຼື ຍົກເລີກບັນດາເອກະສານທີ່ມີລັກສະນະເປັນກົດໝາຍທີ່ຕົນໄດ້ອອກ ເຊິ່ງບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆ ກ່ຽວກັບການຄຸ້ມຄອງລາຍຮັບງົບປະມານແຫ່ງຊາດ.

ມາດຕາ 3

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນສູນກາງ ແລະ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ຕ້ອງເປັນຜູ້ນຳພາເພີ່ມທະວີຄວາມຮັບຜິດຊອບ, ຄົ້ນຄວ້າ ແລະ ກຳນົດມາດຕະການຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ນິຕິກຳທີ່ປະກາດໃຊ້, ເຊັ່ນ: ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຄຸ້ມຄອງພາສີ, ກົດໝາຍວ່າດ້ວຍພາສີການຊົມໃຊ້, ກົດໝາຍວ່າດ້ວຍພາສີລາຍໄດ້, ກົດໝາຍວ່າດ້ວຍພາສີມູນຄ່າເພີ່ມ, ກົດໝາຍວ່າດ້ວຍການບັນຊີ, ກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ສຳລັບກໍລະນີອື່ນໆ ທີ່ຢູ່ນອກກົດໝາຍ ແລະ ນິຕິກຳທີ່ປະກາດໃຊ້, ຕ້ອງລາຍງານໃຫ້ລັດຖະບານ ເພື່ອຂໍອະນຸມັດຈາກສະພາແຫ່ງຊາດ, ໂດຍສະເພາະແມ່ນໂຄງການລົງທຶນໃຫຍ່ ທີ່ກ່ຽວຂ້ອງກັບຊັບພະຍາກອນທຳມະຊາດ, ແຮ່ທາດ, ພະລັງງານໄຟຟ້າ ແລະ ໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ອື່ນໆ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 20 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ