ດຳລັດ ວ່າດ້ວຍ ການປັບໃໝ ແລະ ມາດຕະການຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍ ກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ
关于对违反陆路交通、陆路运输及公路养护法规者处以罚款及各项措施的法令
Decree on Fines and Measures for Violations of Land Traffic, Land Transport, and Road Maintenance Regulations
ບົດສະຫຼຸບ
ດຳລັດສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການປັບໃໝ ແລະ ມາດຕະການອື່ນໆ ສຳລັບຜູ້ລະເມີດກົດໝາຍວ່າດ້ວຍການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການບຳລຸງຮັກສາເສັ້ນທາງ, ກຳນົດອັດຕາຄ່າປັບໃໝຕາມປະເພດລົດ ແລະ ກໍລະນີກະທຳຜິດ, ແລະ ຍົກເລີກດຳລັດເລກທີ 188/ນຍ ປີ 2007.
ມາດຕາ
ມາດຕາ 1
1 ການນຳໃຊ້ລົດບໍ່ໄດ້ກວດກາເຕັກນິກ ແລະ ການດັດແປງເຕັກນິກລົດ ລົດທຸກປະເພດ ຕ້ອງໄດ້ຮັບການກວດກາເຕັກນິກ ຕາມລະບຽບການ ຢ່າງເຂັມງວດ ແລະ ຕ້ອງມີສະພາບ ເຕັກນິກ ທີ່ຮັບປະກັນຄວາມປອດໄພ ໂດຍໄດ້ຮັບການຢັ້ງຢືນຈາກສູນກວດກາເຕັກນິກລົດ ທີ່ໄດ້ຮັບອະນຸຍາດ ຈາກຂະແໜງການໂຍທາທິການ ແລະ ຂົນສົ່ງ. ໃນກໍລະນີເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ຫາກກວດພົບລົດທີ່ບໍ່ມີໃບກວດກາເຕັກນິກ ແລະ ບໍ່ມີໃບອະນຸຍາດດັດແປງເຕັກນິກລົດ ຈາກຂະແໜງການໂຍທາທິການ ແລະ ຂົນສົ່ງ ຜູ້ຂັບຂີ່, ເຈົ້າຂອງ ຫຼື ຜູ້ຄອບຄອງ ລົດດັ່ງກ່າວ ຈະຖືກປັບໃໝ ດັ່ງນີ້: 1. 70.000 ກີບ ສຳລັບລົດຈັກ; 2. 80.000 ກີບ ສຳລັບລົດສາມລໍ້ຕິດເຄື່ອງຈັກ; 3. 150.000 ກີບ ສຳລັບລົດ ເກັງ, ກະບະ, ຈິບ ແລະ ຕູ້; 4. 170.000 ກີບ ສຳລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະໜາດນ້ອຍ, 200.000 ກີບ ສຳລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະໜາດກາງ, 250.000 ກີບ ສຳລັບລົດຂົນສົ່ງ ຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ຂະໜາດໃຫຍ່.
ມາດຕາ 2
ການປັບໃຫ ແລະ ມາດຕະການອືນ ການປັບໃໜ ແມ່ນມາດຕະການທາງດ້ານການເງິນ ຫີນຳໃຊ້ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວ ກັບການຈະລາຈອນທາງບົກ ຕາມອັດຕາຄາປັບໃໝທີໄດ້ກຳນົດໄວ້ໃນເຳລັດສະບັບນື້. ມາດຕະການອືນ ແມ່ນການນໍຳໃຊ້ມາດຕະການເພີມ ຈາກມາດຕະການປັບໃໝ ຕໍ່ຜູ້ລະເມີດກົດໝາຍ າ າ <. າ -, +“ ວ ຈກ > <. ຈ” ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ ເປັນຕົນ ການສຶກສາອົບຮົມ, ການກັກໃບຂັບຂີ, ການ ຖອນໃບຂັບຂີ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 51 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ