ຂໍ້ຕົກລົງ ວ່າດ້ວຍການຄວບຄຸມສານຊືນໃນນ້ຳສີ ຫຼື ຜະລິດຕະພັນເຄືອບ
关于管控涂料或涂层制品中铅的协议
Agreement on Controlling Lead in Paints or Coated Products
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ ອອກໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກຳນົດກົດລະບຽບ ແລະ ມາດຕະການຄວບຄຸມປະລິມານສານຕະກົ່ວໃນຜະລິດຕະພັນສີ ຫຼື ເຄືອບ ໃນຂະບວນການຜະລິດ ແລະ ນຳເຂົ້າ, ໂດຍກຳນົດມາດຕະຖານສູງສຸດບໍ່ໃຫ້ເກີນ 90 ppm ເພື່ອຄວບຄຸມມົນລະພິດສານຕະກົ່ວ, ປົກປ້ອງສຸຂະພາບມະນຸດ ແລະ ສິ່ງແວດລ້ອມ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດລະບຽບການ ແລະ ມາດຕະການ ກ່ຽວກັບການຄວບຄຸມ ແລະ ຕິດຕາມ ກວດກາ ຄ່າມາດຕະຖານສ່ວນປະສົມຂອງສານຊີນໃນສີ ຫຼື ຜະລິດຕະພັນເຄືອບ ໃນການຜະລິດ ຫຼື ການນຳເຂົ້າ ສີ ຫຼື ຜະລິດຕະພັນເຄືອບ ເພື່ອຮັບປະກັນບໍ່ໃຫ້ມີປະລິມານການປະສົມຂອງສານດັ່ງກ່າວ ເກີນມາດຕະຖານ ທີ່ກຳນົດໄວ້ ແນໃສ່ຄວບຄຸມມົນລະພິດ ທີ່ເກີດຈາກສານຊີນ ທີ່ຈະມີຜົນກະທົບຕໍ່ ຊີວິດ, ສຸຂະພາບຂອງ ຄົນ, ສັດ, ພືດ ແລະ ລະບົບນິເວດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ.
ມາດຕາ 2
ການຄວບຄຸມສານຊືນໃນນ້ຳສີ ຫຼື ຜະລິດຕະພັນເຄືອບ ການຄວບຄຸມສານຊຶນໃນນຳສຶ ຫຼື ຜະລິດຕະພັນເຄືອບ ແມ່ນ ການຄວບຄຸມປະລິມານສ່ວນປະສົມຂອງ ສານຊືນໃນນຳສີ ຫຼື ຜະລິດຕະພັນເຄືອບ ໃນຂະບວນການຜະລິດ ແລະ ການນຳເຂົ້ານໍຳສີ ຫຼື ຜະລິດຕະພັນດັງ ກ່າວ ໃຫ້ຖືກຕ້ອງຕາມຄ່າມາດຕະຖານ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ