ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມ ກວດກາ ການບຳບັດ, ກຳຈັດ ສິ່ງເສດເຫຼືອເຄມີເປັນພິດ ແລະ ອັນຕະລາຍ
关于有毒有害化学废物处理与处置的管理及跟踪监督检查的决定
Decision on Management, Tracking, and Supervision of Hazardous Chemical Waste Treatment and Disposal
ບົດສະຫຼຸບ
ດຳລັດນີ້ (ອອກໂດຍລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ) ກຳນົດລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ ແລະ ຕິດຕາມກວດກາ ການບຳບັດ ແລະ ກຳຈັດ ສິ່ງເສດເຫຼືອສານເຄມີທີ່ເປັນພິດ ແລະ ອັນຕະລາຍ, ກວມເອົາການສຳຫຼວດຈົດທະບຽນ, ການເກັບຮັກສາ, ການຂົນຍ້າຍ, ການບຳບັດ ແລະ ກຳຈັດ, ໃບອະນຸຍາດສະຖານທີ່ບຳບັດ ແລະ ກຳຈັດ ແລະ ຜູ້ໃຫ້ບໍລິການ, ສິດ ແລະ ໜ້າທີ່ຂອງພາກສ່ວນທີ່ກ່ຽວຂ້ອງ, ເພື່ອດຳເນີນການບຳບັດ ແລະ ກຳຈັດ ຕາມວິທີການ ແລະ ເຕັກນິກທີ່ຖືກຕ້ອງ, ຫຼຸດຜ່ອນຜົນກະທົບຕໍ່ມະນຸດ, ສັດ, ພືດ ແລະ ລະບົບນິເວດ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ການບຳບັດ, ກຳຈັດ ສິ່ງເສດເຫຼືອເຄມີເປັນພິດ ແລະ ອັນຕະລາຍ ເພື່ອເຮັດໃຫ້ການບຳບັດ, ກຳຈັດ ສິ່ງເສດເຫຼືອ ດັ່ງກ່າວ ໃຫ້ຖືກຕ້ອງຕາມວິທີການ ແລະ ເຕັກນິກ ແນໃສ່ຫຼຸດຜ່ອນຜົນກະທົບຕໍ່ຊີວິດ, ສຸຂະພາບຂອງ ຄົນ, ສັດ, ພືດ ແລະ ລະບົບນິເວດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາສິ່ງແວດ ລ້ອມ ຕາມທິດສີຂຽວ ແລະ ຍືນຍົງ.
ມາດຕາ 2
ການຄຸ້ມຄອງ ແລະ ຕິດຕາມ ກວດກາການບຳບັດ, ກຳຈັດ ສິ່ງເສດເຫຼືອເຄມີເປັນພິດ ແລະ ອັນຕະລາຍ ການຄຸ້ມຄອງ ແລະ ຕິດຕາມ ກວດກາການບຳບັດ, ກຳຈັດ ສິ່ງເສດເຫຼືອເຄມີເປັນພິດ ແລະ ອັນຕະລາຍ ແມ່ນ ການສຳຫຼວດ, ຂຶ້ນບັນຊີ, ເກັບຮັກສາ, ເຄື່ອນຍ້າຍ, ບຳບັດ, ກຳຈັດ ສິ່ງເສດເຫຼືອເຄມີດັງກ່າວ ເພື່ອຮັບປະກັນຄວາມປອດໄພຕໍ່ຊີວິດ, ສຸຂະພາບຂອງ ຄົນ, ສັດ, ພືດ ແລະ ລະບົບນິເວດ,
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 20 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ