ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງໂປຣແກຣມບັນຊີ

关于会计软件管理的决定

Decision on Management of Accounting Software

ບົດສະຫຼຸບ

ກະຊວງການເງິນ ໄດ້ອອກດຳລັດ ກຳນົດຫຼັກການການພັດທະນາ, ການນຳໃຊ້ ແລະ ການຄຸ້ມຄອງຊອບແວບັນຊີ ພ້ອມທັງມາດຕະການອະນຸຍາດ, ຕິດຕາມ, ກວດກາ ແລະ ລົງໂທດ ສຳລັບໜ່ວຍງານບັນຊີ, ວິສາຫະກິດ ແລະ ບຸກຄົນທີ່ກ່ຽວຂ້ອງທົ່ວປະເທດ ເພື່ອຊຸກຍູ້ການເຮັດວຽກດ້ານການເງິນ-ບັນຊີໃຫ້ທັນສະໄໝ ແລະ ເປັນລະບຽບ.

ມາດຕາ

ມາດຕາ 1

ຂໍ້ກຳນົດ, ລະບຽບການ ແລະ ມາດຕະການ ທີ່ກ່ຽວຂ້ອງກັບການຄຸ້ມຄອງ ແລະ ການນຳໃຊ້ໂປຣແກຣມບັນຊີ ຕາມຂໍ້ຕົກລົງນີ້ ມີຈຸດປະສົງ ເພື່ອຊຸກຍູ້, ສົ່ງເສີມ ການນຳເຄື່ອງມືທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງວຽກງານການເງິນ-ບັນຊີ, ຮັບປະກັນ ການບັນທຶກການປ່ຽນແປງທາງການເງິນ-ບັນຊີ ຢ່າງຄົບຖ້ວນ, ສາມາດສະຫຼຸບລາຍງານ ໄດ້ຢ່າງວ່ອງໄວ ແລະ ທັນກຳນົດເວລາ, ແລະ ເຮັດໃຫ້ຂໍ້ມູນຂອງໜ່ວຍງານບັນຊີ ມີຄວາມຖືກຕ້ອງ, ໂປ່ງໃສ ແລະ ສາມາດກວດສອບໄດ້.

ມາດຕາ 2

ການຄຸ້ມຄອງໂປຣແກຣມບັນຊີ ການຄຸ້ມຄອງໂປຣແກຣມບັນຊີ ແມ່ນການຄຸ້ມຄອງ, ຕິດຕາມ ກວດກາ ການພັດທະນາ ໂປຣແກຣມ ບັນຊີ ເພື່ອເປັນເຄື່ອງມືນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານບັນຊີຂອງຫົວໜ່ວຍ ຖືບັນຊີ ເພື່ອໃຊ້ເອງ ຫຼື ຈຳໜ່າຍທົ່ວໄປໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງ ຕາມຂໍ້ກຳນົດຂອງລະບຽບກົດໝາຍ, ມາດຕະຖານ ບັນຊີ, ມາດຕະຖານການລາຍງານການເງິນ ແລະ ປື້ມຄູ່ມືການບັນຊີ ທີ່ຖືກຮັບຮອງ ແລະ ປະກາດໃຊ້ ຢູ່ໃນ ສປປ ລາວ ແຕ່ລະໄລຍະ.

ມາດຕາ 3

ພັນທະ ໃນການພັດທະນາໂປຣແກຣມບັນຊີ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ພັດທະນາໂປຣແກຣມບັນຊີ ເພື່ອຮັບໃຊ້ເຂົ້າໃນການຄຸ້ມຄອງ ວຽກງານການເງິນ-ການບັນຊີ ຂອງຕົນ ຫຼື ຈຳໜ່າຍທົ່ວໄປ, ກ່ອນຈະນຳໃຊ້ ຫຼື ຈຳໜ່າຍ ໂປຣແກຣມບັນຊີ ດັ່ງກ່າວ ຕ້ອງໄດ້ຜ່ານການກວດກາ ແລະ ທົດສອບ ຄວາມຖືກຕ້ອງ, ຄວາມສອດຄ່ອງ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ, ລະບຽບການ, ມາດຕະຖານການລາຍງານການເງິນ ແລະ ປຶ້ມຄູ່ມືການບັນຊີ ທີ່ ສປປ ລາວ ປະກາດ ໃຊ້ ໃນແຕ່ລະໄລຍະ ແລະ ຕ້ອງໄດ້ຮັບອະນຸຍາດ ຈາກກະຊວງການເງິນ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 32 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ