ດຳລັດ ວ່າດ້ວຍນະໂຍບາຍ ຕໍ່ພະນັກງານ-ລັດຖະກອນ ທີ່ປະຕິບັດໜ້າທີ່ ຢູ່ເຂດຫ່າງໄກ ສອກຫຼີກ ແລະ ທຸລະກັນດານ
关于对在偏远边远地区履行职务的干部—公务员实行政策的法令
Decree on Policies for Cadres and Civil Servants Serving in Remote and Border Areas
ບົດສະຫຼຸບ
ລັດຖະບານລາວໄດ້ອອກດຳລັດ (ສະບັບເລກທີ 299/ລບ) ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບນະໂຍບາຍສຳລັບພະນັກງານ-ລັດຖະກອນທີ່ປະຕິບັດໜ້າທີ່ໃນເຂດຫ່າງໄກສອກຫຼີກ, ຊາຍແດນ ແລະ ທຸກຍາກ, ລວມທັງມາດຕະຖານການຈັດປະເພດເຂດ, ນະໂຍບາຍອຸດໜູນແຕ່ລະຂັ້ນ, ການປະເມີນຜົນ ແລະ ການຄຸ້ມຄອງ. ດຳລັດສະບັບນີ້ຍົກເລີກດຳລັດເລກທີ 468/ນຍ.
ມາດຕາ
ມາດຕາ 1
ຈູດປະສົງ ດຳລັດສະບັບນີ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາວຽກງານນະໂຍບາຍ ຕໍ່ພະນັກງານ-ລັດຖະກອນ ທີປະຕິບັດຫໍ້າທີ ຢູ່ເຂດຫ່າງໄກ ສອກຫຼີກ ແລະ ທຸລະກັນດານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັງກ່າວ ມີຄວາມເປັນເອກະພາບ , ມີປະສິດທິພາບ ແລະ ມີປະສິດທິຜົນ ແນໃສ່ຊຸກຍູ້ ແລະ ສົ່ງເສີມໃຫ້ພະນັກງານ-ລັດຖະກອນ ມີຄວາມຕືນຕົວ ແລະ ຫ້າວຫັນ ໃນການປະຕິບັດຫ້າທີ່ວຽກງານຢູ່ເຂດດັງກ່າວ ປະກອບສ່ວນເຂົາໃນການພັດທະນາເສດຖະກິດ-ສັງຄົມ ຂອງ ຊາດ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ດີຂຶ້ນ ແລະ ກ້າວໄປເຖິງການຫຼຸດຜ່ອນຄວາມທຸກ ຍາກ ເທື່ອລະກ້າວ. ມາດຕາ ຂ ເຂດຫ່າງໄກ ສອກຫຼີກ ແລະ ທຸລະກັນດານ ເຂດຫ່າງໄກ ສອກຫຼີກ ແລະ ທຸລະກັນດານ ແມ່ນ ບ້ານທີ່ຕັ້ງ ຢູ່ຫ່າໄກຈາກໃຈກາງ ທາງດ້ານ ການເມືອງ, ແຂວງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ການບໍລິການຂອງເມືອງ ແຕ່ ຊາວ ກິໂລແມັດ ຂຶນໄປ, ຂອງແຂວງແຕ່ 100 ກິໂລແມັດ ຂຶນໄປ, ການພັດທະນາ ພືນຖານໂຄງລ່າງ, ວັດຖຸເຕັກນິກ, ເສດຖະກິດ, ວັດທະນະທຳ-ສັງຄົມ ຍັງຈຳກັດ, ການດຳລົງຊີວິດຂອງປະຊາຊົນຍັງອີງໃສ່ທຳມະຊາດ, ຍັງນັບຖື ຮີດຄອງປະເພນີທີຫຼ້າຫຼັງ, ມີຄວາມຫຍຸ້ງຍາກໃນການສື່ສານດ້ານພາສາ ທັງເປັນເຂດທີເຂົາເຖິງຍາກ ຍ້ອນພູມ ສັນຖານ, ບໍ່ມີເສັ້ນທາງລົດເຂົາເຖິງ, ມີຄວາມສ່ຽງສູງ ຫຼື ມັກເກີດໄພທຳມະຊາດ, ພະຍາດລະບາດ, ມີຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ. 1
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 29 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ