ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງສິນຄ້າຜ່ານແດນ

关于过境货物管理的协议

Agreement on Management of Transit Goods

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ອອກໂດຍກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການຄຸ້ມຄອງການຜ່ານແດນສິນຄ້າຜ່ານ ສປປ ລາວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຜ່ານແດນສິນຄ້າ. ຂໍ້ຕົກລົງນີ້ຍົກເລີກຂໍ້ຕົກລົງສະບັບເລກທີ 1238/ອຄ.ກຂອ ເດີມ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງສິນຄ້າຜ່ານແດນ ສປປ ລາວ ໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ, ລະບຽບການ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຜ່ານແດນຂອງສິນຄ້າ ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2

ການຄຸ້ມຄອງສິນຄ້າຜ້ານແດນ ການຄຸ້ມຄອງສິນຄ້າຜານແດນ ແມນ ການຕິດຕາມ, ກວດກາ ແລະ ອອກອະນຸຍາດ ກອນການນີ້າເອົາ ສິນຄ້າຈາກປະເທດໃດຫຶຶງ ມາຜານອານາເຂດພາສີ ຂອງ ສປປ ລາວ ໄປປະເທດທີສາມ. ການຜານແດນຂອງສິນຄ້າທິນອນຢູ່ລາຍການສິນຄ່າທີຕ້ອງຂໍອະນຸຍາດນ້າເຂົ້າ ຫຼື ລົງອອກ ຫຼື ສິນຄຳຄຸ່ມ ຄອງ ແມນຕ້ອງຂໍ້ອະນຸຍາດກ໊ອນການນຳສິນຄ້າຜານແດນ. ສຳລັບ ການຜ່ານແດນຂອງສິນຄ່າທີບໍ່ນອນຢູ່ລາຍການ ສິນຄ້າດັ່ງກາວ ແມນໃຫ້ດຳເນີນການແຈ້ງເອກະສານຕາມຂັນຕອນທີກຳນົດໄວ້ໃນກົດໆນາຍວາດ້ວຍພາສີ ແລະ ລະບຽບການອືນທີກຽວຂ້ອງ ໂດຍບໍ່ຕ້ອງຂໍອະນຸຍາດ.

ມາດຕາ 3

ການອະທິບາຍຄຳສັບ ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ສິນຄ້າຄຸ້ມຄອງ ໝາຍເຖິງ ສິນຄ້າທີ່ນອນຢູ່ລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກ ແບບອັດຕະໂນມັດ ແລະ ບໍ່ອັດຕະໂນມັດ ທີ່ ກະຊວງ ອຸດສາຫະກຳ ແລະ ການຄ້າ ກຳນົດໃນແຕ່ລະໄລຍະ; 2. ໃບອະນຸຍາດ ໝາຍເຖິງ ເອກະສານຢັ້ງຢືນການອະນຸຍາດໃຫ້ສາມາດນຳສິນຄ້າຄຸ້ມຄອງຜ່ານແດນ ສປປ ລາວ ໂດຍຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ; 3. ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໝາຍເຖິງ ບັນດາຂະແໜງການ ທີ່ຄຸ້ມຄອງ ແລະ ອອກ ໃບອະນຸຍາດໃຫ້ນຳສິນຄ້າຄຸ້ມຄອງຜ່ານແດນ ສປປ ລາວ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 18 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ