ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງຮຽນສອນຂັບລົດ

关于执行《驾驶培训学校管理协议》的指示

Instruction on Implementing the Agreement on Driving School Management

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຄຸ້ມຄອງໂຮງຮຽນສອນຂັບຂີ່, ກວມເອົາເງື່ອນໄຂ ແລະ ມາດຕະຖານການອະນຸຍາດຕັ້ງ, ຫຼັກສູດການຮຽນ-ການສອນ, ສິດ ແລະ ໜ້າທີ່ຂອງໂຮງຮຽນ, ຂໍ້ຫ້າມຕ່າງໆ ແລະ ໜ້າທີ່ການຄຸ້ມຄອງ ແລະ ກວດກາຂອງອົງການທີ່ກ່ຽວຂ້ອງ ເພື່ອໃຫ້ໂຮງຮຽນໄດ້ມາດຕະຖານ, ຮັບປະກັນການສອນ ແລະ ຝຶກອົບຮົມທີ່ໄດ້ມາດຕະຖານ ແລະ ຜະລິດຜູ້ຂັບຂີ່ທີ່ມີຄຸນນະພາບ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງໂຮງຮຽນ ສອນຂັບລົດ ເພື່ອເຮັດໃຫ້ໂຮງຮຽນສອນຂັບລົດໄດ້ມາດຕະຖານ ທັງຮັບປະກັນໃຫ້ແກ່ການຮຽນ-ການສອນ, ການຝຶກອົບຮົມ ປະຕິບັດຖືກຕ້ອງຕາມຫຼັກສູດ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແນໃສ່ເຮັດໃຫ້ຜູ້ຂັບ ຂີ່ ມີ ຄວາມຮູ້ ຄວາມສາມາດອັນແນ່ນອນໃນການຂັບຂີ່ຍານພາຫະນະ, ມີຄວາມຮູ້ພື້ນຖານທາງດ້ານເຕັກນິກ ກ່ຽວກັບ ຍານພາຫະນະທາງບົກ, ຄວາມຮູ້ກ່ຽວກັບກົດຈາລະຈອນທາງບົກຢ່າງເລິກເຊິ່ງ ແລະ ມີມາລະຍາດ ທີ່ ດີໃນການຂັບຂີ່, ປະກອບສ່ວນເຂົ້າໃນການນຳໃຊ້ທາງຫຼວງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມ ປອດໄພສູງ.

ມາດຕາ 2

ການຄຸ້ມຄອງໂຮງຮຽນສອນຂັບລົດ ການຄຸ້ມຄອງໂຮງຮຽນສອນຂັບລົດ ແມ່ນ ການຄົ້ນຄວ້າ, ພິຈາລະນາ ກ່ຽວກັບການ ອອກໃບອະນຸຍາດ ສ້າງຕັ້ງ, ເຄື່ອນໄຫວ, ຄວບຄຸມ ແລະ ຕິດຕາມ ກວດກາ ການຈັດຕັ້ງປະຕິບັດໂຄງການຫຼັກສູດ ກ່ຽວກັບການ ຮຽນ-ການສອນຂັບລົດ ໃຫ້ຖືກຕ້ອງຕາມ ການອະນຸຍາດ ແລະ ມາດຕະຖານເຕັກນິກ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກຳນົດ ແລະ ສອດຄ່ອງກັບ ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

ມາດຕາ 3

ຄຳອະທິບາຍຄຳສັບ. ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້: 1. ສະໜາມຝຶກຂັບຂີ່ແບບຈຳລອງສວນຈະລາຈອນ ໝາຍເຖິງ ສະໜາມຝຶກຂັບຂີ່ທີ່ມີການກຳນົດການກະທຳ (ລາຍການ) ຕ່າງໆ ຕາມລະບຽບ, ແລະ ແຕ່ລະການກະທຳມີມາດຕະຖານຮູບແບບ ແລະ ຂະໜາດທີ່ຊັດເຈນ; 2. ສວນຈະລາຈອນ ໝາຍເຖິງ ສະໜາມຝຶກຂັບຂີ່ທີ່ຈຳລອງຖະໜົນທົ່ວໄປ, ອາດລວມເຖິງເຂດສຳລັບເດັກນ້ອຍຮຽນຮູ້ການປະຕິບັດຕາມກົດຈະລາຈອນ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 31 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ