ຂໍ້ຕົກລົງ ວ່າດ້ວຍ ຢາຕ້ານເຊື້ອຈຸລະຊີບ ສຳລັບ ສັດ ແລະ ສັດນ້ຳ (ກະຊວງກະສິກຳ ແລະ ປ່າໄມ້, ປີ 2021)

关于动物及水生动物抗微生物药物的协议(农林部,2021年)

Agreement on Antimicrobial Resistance in Animals and Aquatic Animals (Ministry of Agriculture and Forestry, 2021)

ບົດສະຫຼຸບ

ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຄຸ້ມຄອງຢາຕ້ານຈຸລິນຊີໃນສັດ ແລະ ສັດນ້ຳ ຕາມກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ, ດຳລັດວ່າດ້ວຍຢາສັດຕະວະແພດ ແລະ ອື່ນໆ, ກວມເອົາບັນຊີລາຍຊື່, ການຈົດທະບຽນ, ການຄວບຄຸມຄຸນນະພາບ ແລະ ປະສິດທິພາບ, ການຈັດທຳຄູ່ມື, ການນຳໃຊ້, ການຕິດຕາມ, ໜ້າທີ່ຂອງທຸກພາກສ່ວນ, ຂໍ້ຫ້າມ ແລະ ການກວດກາຄຸ້ມຄອງ ເພື່ອສົ່ງເສີມການນຳໃຊ້ຢ່າງສົມເຫດສົມຜົນ, ຫຼຸດຜ່ອນການດື້ຢາ ແລະ ປົກປ້ອງຄວາມປອດໄພຂອງສັດ ແລະ ຜູ້ບໍລິໂພກ.

ມາດຕາ

ມາດຕາ 1

! ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄວບຄຸມ ການດຳເນີນທຸລະກິດ ແລະ ຄວາມຮັບຜິດຊອບ ໃນການຄຸ້ມຄອງຢາຕ້ານເຊື້ອຈຸລະຊີບ ເພື່ອເຮັດໃຫ້ການນຳ ໃຊ້ຖືກຕ້ອງ, ສົມເຫດສົມຜົນ ແນໃສ່ ຫຼຸດຜ່ອນການເກີດເຊື້ອທີ່ຕ້ານຕໍ່ຢາ, ສິ່ງເສີມສຸຂະພາບສັດ, ສັດນ້ຳ ແລະ ຜູ້ບໍລິໂພກ ໃຫ້ມີຄວາມປອດໄພ.

ມາດຕາ 2

ຢາຕ້ານເຊືອຈູລະຊີບ ສຳລັບ ສັດ ແລະ ສັດນຳ ຢາຕ້ານເຊືອຈຸລະຊີບ ສຳລັບ ສັດ ແລະ ສັດນ້ຳ (/#ໄຂຕັດຂບ/ /ໄກພັດ16(00(9|ຣ) ແມ່ນ ຢາທີ່ໄດ້ ຈາກສິ່ງທີ່ມີຊີວິດ ຫຼື ຈາກການສັງເຄາະທີ່ມີລິດ ສາມາດຢັບຢັ້ງການຈະເລີນເຕີບໂຕ ຫຼື ຂ້າເຊືອຈຸລະຊີບ ຈຳພວກ ເຊື້ອ ກາລະໂຣກ (ຈຸລິນຊີ, ແບັກທີເຣຍ), ຈຸລະໂຣກ (ໄວຣັດ), ແມ່ກາຝາກ ແລະ ເຊືອເຫັດ. ທຫ ຄຼ

ມາດຕາ 3

ການອະທິບາຍຄຳສັບ ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ເຊື້ອຈຸລະຊີບຕ້ານຕໍ່ຢາ ໝາຍເຖິງ ເຊື້ອ ກາລະໂຣກ, ຈຸລະໂຣກ, ກາຝາກ ແລະ ເຊື້ອເຫັດ ສາຍ ພັນໃດໜຶ່ງ ທີ່ສາມາດເຕີບໂຕ ຫຼື ຢູ່ລອດ ເຖິງວ່າຈະໄດ້ສຳພັດກັບຢາຕ້ານເຊື້ອຈຸລະຊີບ ທີ່ມີ ຄວາມເຂັ້ມຂຸ້ນພຽງພໍ ກັບການຢັບຢັ້ງ, ການຈະເລີນເຕີບໂຕ ຫຼື ຂ້າເຊື້ອມາກ່ອນ; 2. ປະລິມານຢາທີ່ສາມາດນຳໃຊ້ ໄດ້ຕໍ່ວັນ (Acceptable Daily Intake) ໝາຍ ເຖິງ ປະລິມານຢາ ຕ້ານເຊື້ອຈຸລະຊີບ ທີ່ສາມາດໃຊ້ໄດ້ຢ່າງປອດໄພ ເມື່ອນຳຢາດັ່ງກ່າວເຂົ້າສູ່ຮ່າງກາຍສັດ ແລະ ສັດນ້ຳ ຕໍ່ວັນ; 3. ລະດັບສານຕົກຄ້າງສູງສຸດ (Maximum Residue Limit) ໝາຍເຖິງ ປະລິມານຢາຕົກຄ້າງ ທີ່ກຳນົດໃຫ້ມີໃນຜະລິດຕະພັນ ສັດ ແລະ ສັດນ້ຳ ສູງສຸດ ທີ່ບໍ່ມີຜົນກະທົບຕໍ່ສຸຂະພາບຂອງ ຄົນ, ສັດ ແລະ ສັດນ້ຳ; 4. ໄລຍະເວລາຢຸດໃຫ້ຢາກ່ອນການບໍລິໂພກ (Withdrawal Period) ໝາຍເຖິງ ໄລຍະເວລາຕຳ ສຸດ ນັບແຕ່ວັນຢຸດໃຫ້ຢາ ເຖິງ ວັນທີ່ນຳສັດໄປຂ້າ ເພື່ອບໍລິໂພກ; 5. ກຳມະຜົນສຳຮອງ (Side Effect) ໝາຍເຖິງ ຜົນ ຫຼື ອາການ ທີ່ບໍ່ເພີງປາດຖະໜາ ຈາກ ການນຳໃຊ້ຢາໃດໜຶ່ງ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 30 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ