ດຳລັດ ວາດ້ວຍການເງິນ ແລະ ການບັນຊີ ຂອງທະນາຄານແຫງ ສປປ ລາວ (ລັດຖະບານ, ເລກທີ 463/ລບ, ນະຄອນຫຼວງວຽງຈັນ, ວັນທີ 09/03/2021)

关于老挝人民民主共和国国家银行财务与会计的法令(政府,第463/ЛБ号,万象市,2021年3月9日)

Decree on Finance and Accounting of the Bank of the Lao People's Democratic Republic (Government, No. 463/LB, Vientiane, March 9, 2021)

ບົດສະຫຼຸບ

ດຳລັດສະບັບນີ້ ປະກາດໃຊ້ໂດຍລັດຖະບານ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງການເງິນ ແລະ ບັນຊີ ຂອງທະນາຄານແຫ່ງ ສປປ ລາວ (ທະນາຄານກາງ), ກວມເອົາຊັບສິນ, ໜີ້ສິນ, ທຶນ, ງົບປະມານ, ການບັນຊີ, ລາຍງານການເງິນ, ການກວດກາ ແລະ ການຫ້າມປະຕິບັດ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາວຽກງານການເງິນ ແລະ ການບັນຊີ ຂອງທະນາຄານແຫ່ງ ສປປ ລາວ ເພື່ອໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ສ້າງຄວາມເຂັ້ມແຂງທາງດ້ານການເງິນ, ຮັບປະກັນການປະຕິບັດພາລະບົດບາດຂອງຕົນ ຕາມທີ່ໄດ້ ກຳນົດໄວ້ໃນກົດໝາຍ. -

ມາດຕາ 2

ການເງິນ ແລະ ການບັນຊີ ຂອງທະນາຄານແຫງ ສປປ ລາວ ການເງິນຂອງທະນາຄານແຫ່ງ ສປປ ລາວ ແມ້ນການຄຸ້ມຄອງບໍລິຫານຊັບສິນ, ໜີສິນ, ທຶນ ແລະ ງົບປະ ມານ ລວມທັງການແບງປັນຜົນໄດ້ຮັບສຸດທິປະຈຳປີ. ການບັນຊີຂອງທະນາຄານແຫງ ສປປ ລາວ ແມ່ນການເກັບກຳ, ບັນທຶກ, ຈັດປະເພດ, ສະຫຼຸບຂໍ້ມູນການ ເຄືອນໄຫວດ້ານການເງິນ ແລະ ສ້າງເອກະສານລາຍງານການເງິນ ໃຫ້ສອດຄອງຕາມຫຼັກການບັນຊີ ເພືອເປັນຂໍ້ມູນ, ແະ ຕະ - - ຕ “ ເ້ ຫ ໃຈ ເຄືອງມືໃນການວິເຄາະຖານະການເງິນ ແລະ ນຳໃຊ່ເຂົາໃນການຕິດຕາມ ກວດກາ, ການວາງແຜນການເງິນ ແລະ ການຄຸ້ມຄອງບໍລິຫານວຽກງານ ຂອງທະນາຄານແຫງ ສປປ ລາວ.

ມາດຕາ 3

ການອະທິບາຍຄຳສັບ ຄຳສັບທີນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ທະນະບັດ ແລະ ເງິນຫຼຽນ ພິມຈຳໜ່າຍ ໝາຍເຖິງ ທະນະບັດ ແລະ ເງິນຫຼຽນ ທີທະນາຄານແຫ່ງ ສປປ ລາວ ໄດ້ພິມ ແລະ ໄດ້ນຳອອກສູ່ການຈໍລະຈອນ; 2. ພັນທະບັດທີປ່ຽນມືບໍ່ໄດ້ ໝາຍເຖິງ ພັນທະບັດທີບໍ່ສາມາດ ຂາຍ ຫຼື ໂອນກຳມະສິດ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ; 3. ເອກະສານທາງເອເລັກໂຕຣນິກ ໝາຍເຖິງ ເອກະສານການບັນຊີທີສ້າງ ແລະ ເກັບຮັກສາໃນເຄື່ອງມືເອເລັກໂຕຣນິກ ຊຶ່ງສາມາດອ່ານໄດ້ ດ້ວຍລະບົບສະແດງຂໍ້ມູນ, ການພິມອອກ ຫຼື ດ້ວຍຮູບແບບອື່ນ; 4. ໜີ້ຕ້ອງຮັບທວງຍາກ ໝາຍເຖິງ ເງິນໃຫ້ກູ້ຢືມທີບໍ່ໄດ້ຮັບຊຳລະຕົ້ນທຶນ ແລະ ດອກເບ້ຍ ທັງໝົດ ຫຼື ບາງສ່ວນ ເກີນກຳນົດເວລາທີລະບຸໄວ້ໃນສັນຍາ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 52 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ