ຄຳແນະນຳ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານ ຈັນຍາບັນ ຂອງພະນັກງານ-ລັດຖະກອນ (ກະຊວງພາຍໃນ)

关于组织实施公务人员(干部—公务员)职业道德工作的指示(内务部)

Instruction on Organizing and Implementing Professional Ethics for Public Servants (Cadres-Civil Servants) (Ministry of Home Affairs)

ບົດສະຫຼຸບ

ຄຳແນະນຳສະບັບນີ້ອອກໂດຍກະຊວງພາຍໃນ ຕາມດຳລັດວ່າດ້ວຍຈັນຍາບັນວິຊາຊີບພະນັກງານລັດ ສະບັບເລກທີ 184/ລບ, ອະທິບາຍເນື້ອໃນຈັນຍາບັນ 4 ປະເພດ (ຕໍ່ຕົນເອງ, ຕໍ່ວິຊາຊີບ, ຕໍ່ອົງກອນ, ຕໍ່ປະຊາຊົນ ແລະ ສັງຄົມ), ການກະທຳທີ່ຖືກຕ້ອງ ແລະ ຜິດຈັນຍາບັນພ້ອມຕົວຢ່າງ, ການປ້ອງກັນຜົນປະໂຫຍດແຝງ, ກົນໄກການປະເມີນຈັນຍາບັນ, ມາດຕະການຕໍ່ຜູ້ລະເມີດ ແລະ ການຈັດຕັ້ງປະຕິບັດ.

ມາດຕາ

ມາດຕາ 1

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ກະຊວງພາຍໃນ, ເລກທີ 0/ພຍ. ນະຄອນຫຼວງວຽງຈັນ, ວັນທີ 02 ເມສາ 2021. ຄຳສັ່ງ: ກ່ຽວກັບການຈັດຕັ້ງປະຕິບັດວຽກງານຈັນຍາບັນຂອງພະນັກງານລັດຖະກອນ. ອີງຕາມ: ດຳລັດເລກທີ 97/ລບ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງພາຍໃນ (ວັນທີ 09 ມີນາ 2017); ດຳລັດເລກທີ 184/ລບ ວ່າດ້ວຍຈັນຍາບັນຂອງພະນັກງານລັດຖະກອນ (ວັນທີ 26 ມິຖຸນາ 2019); ໜັງສືຂອງກົມປະເມີນ ແລະ ພັດທະນາພະນັກງານ ເລກທີ 36/ປພພ (ວັນທີ 31 ມີນາ 2021). ເພື່ອສືບຕໍ່ຊຸກຍູ້ພາລະກິດປະຕິຮູບຢ່າງມີຫຼັກການ ແລະ ມີມວນຊົນ, ຮັບໃຊ້ປະຊາຊົນຢ່າງຈິງໃຈ, ໂດຍສະເພາະແມ່ນການຍົກລະດັບຈັນຍາບັນຂອງພະນັກງານລັດຖະກອນຢ່າງຕໍ່ເນື່ອງ, ລັດຖະບານໄດ້ປະກາດໃຊ້ດຳລັດເລກທີ 184/ລບ ວ່າດ້ວຍຈັນຍາບັນຂອງພະນັກງານລັດຖະກອນ ລົງວັນທີ 26 ມິຖຸນາ 2019, ເປັນພື້ນຖານໃຫ້ອົງການຈັດຕັ້ງພັກ ແລະ ລັດທັງສູນກາງ ແລະ ທ້ອງຖິ່ນປະຕິບັດ, ເພື່ອຄຸ້ມຄອງ ແລະ ສຶກສາອົບຮົມພະນັກງານລັດຖະກອນໃຫ້ມີຄຸນນະພາບທາງດ້ານການເມືອງ, ມີຄຸນສົມບັດສິນທຳປະຕິວັດທີ່ໝັ້ນຄົງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນ, ມີສະຕິ, ເຄົາລົບ ແລະ ປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ມີປະສິດທິພາບ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ລັດຖະມົນຕີວ່າການກະຊວງພາຍໃນຈຶ່ງອອກຄຳສັ່ງສະບັບນີ້.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 13 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ