ຂໍ້ຕົກລົງ ວ່າດ້ວຍ ການອະນຸຍາດດຳເນີນວິສາຫະກິດບັນຊີ, ວິສາຫະກິດກວດສອບ ແລະ ນັກກວດສອບຕາມກົດໝາຍ
关于许可经营会计企业、审计企业及法定审计师的决定(财政部)
Decision on Licensing of Accounting Enterprises, Audit Enterprises, and Statutory Auditors (Ministry of Finance)
ບົດສະຫຼຸບ
ຂໍ້ຕົກລົງຂອງກະຊວງການເງິນ ກຳນົດຫຼັກການ, ເງື່ອນໄຂ, ຂັ້ນຕອນ ແລະ ມາດຕະການຄຸ້ມຄອງ ເຊັ່ນ: ການອະນຸຍາດ, ການຕິດຕາມກວດກາ, ການພັກໃຊ້, ການຖອນໃບອະນຸຍາດ ແລະ ການເກັບຄ່າທຳນຽມ ສຳລັບການດຳເນີນທຸລະກິດບໍລິການບັນຊີ, ບໍລິການກວດສອບ ແລະ ການເປັນຜູ້ກວດສອບຕາມກົດໝາຍ. ຂໍ້ຕົກລົງນີ້ມີຜົນສັກສິດນັບແຕ່ມື້ລົງນາມ ແລະ ພາຍຫຼັງໄດ້ລົງພິມໃນຈົດໝາຍເຫດລັດຖະບານຄົບ 15 ວັນ, ແລະ ຍົກເລີກຄຳແນະນຳຊົ່ວຄາວ ສະບັບເລກທີ 007/ກງ.ບຊ ລົງວັນທີ 3 ມັງກອນ 2014.
ມາດຕາ
ມາດຕາ 1
1 ການປະກອບເອກະສານ ສຳລັບນັກກວດສອບຕາມກົດໝາຍ ບຸກຄົນ ທີຈະເປັນນັກກວດສອບຕາມກົດໝາຍ ຕ້ອງປະກອບເອກະສານ ສົ່ງໃຫ້ກະຊວງການເງິນ ດັ່ງນີ້: 1. ໃບຄຳຮ້ອງ ຕາມແບບຟອມ ຂອງກະຊວງການເງິນ 01 ສະບັບ; 2. ສຳເນົາໃບຢັ້ງຢືນນັກຊ່ຽວຊານບັນຊີ 01 ສະບັບ; 3. ສຳເນົາໃບຢັ້ງຢືນເປັນສະມາຊິກ ຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ 01 ສະບັບ; 4. ຫັງສືຢັ້ງຢືນ ເປັນຜູ້ອຳນວຍການ ຫຼື ຜູ້ຮຸ້ນສ່ວນຮັບຜິດຊອບງານ ຈາກວິສາຫະກິດກວດສອບທີ່ຕົນ ສັງກັດ 01 ສະບັບ; 5. ສຳເນົາໃບອະນຸຍາດດຳເນີນທຸລະກິດ ຂອງວິສາຫະກິດກວດສອບ 01 ສະບັບ; 6. ຮູບຖ່າຍ ຂະໜາດ 3x4 (ຮູບຖ່າຍບໍ່ເກີນສາມເດືອນ) 02 ໃບ; 7. ສຳເນົາ ບັດປະຈຳຕົວ ຫຼື ຫັງສືຜ່ານແດນ (ີຈ55ຊຽ01) 01 ສະບັບ.
ມາດຕາ 2
ການດຳເນີນວິສາຫະກິດບັນຊີ. ການດຳເນີນວິສາຫະກິດບັນຊີ ແມ່ນການເຄື່ອນໄຫວທຸລະກິດ ໃນການໃຫ້ບໍລິການວິຊາຊີບດ້ານບັນຊີ ແລະ ບໍລິການອື່ນໆທີ່ກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການກວດສອບອິດສະລະ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນການຈັດຕັ້ງປະຕິບັດວຽກງານບັນຊີ ໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບ ກົດໝາຍ ແລະ ມາດຕະຖານການລາຍງານການເງິນ ທີ່ປະກາດໃຊ້ ແຕ່ລະໄລຍະ.
ມາດຕາ 3
ການດຳເນີນວິສາຫະກິດກວດສອບ. ການດຳເນີນວິສາຫະກິດກວດສອບ ແມ່ນການເຄືອນໄຫວດຳເນີນທຸລະກິດ ໃນການໃຫ້ບໍລິການວິຊາຊີບ ດ້ານບັນຊີ. ການກວດສອບ ແລະ ບໍລິການອື່ນໆທີ່ກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການກວດສອບອິດສະລະ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນການປະຕິບັດວຽກງານບັນຊີ ແລະ ວຽກງານ ອື່ນທີ່ກ່ຽວຂ້ອງ ໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍ, ມາດຕະຖານວິຊາຊີບດ້ານການກວດສອບ ແລະ ມາດຕະຖານການລາຍງານການເງິນ ທີ່ປະກາດໃຊ້ ແຕ່ລະໄລຍະ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 33 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ