ລັດຖະບັນຍັດ ວ່າດ້ວຍການດຳເນີນຄະດີປົກຄອງ
关于行政诉讼的法令(主席令)
Decree on Administrative Litigation (Presidential Decree)
ບົດສະຫຼຸບ
ດຳລັດສະບັບນີ້ແມ່ນປະກາດໃຊ້ໂດຍປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການດຳເນີນຄະດີເກຽວກັບການປົກຄອງ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການດຳເນີນຄະດີເກຽວກັບການປົກຄອງ, ຊີ້ແຈ້ງສິດອຳນາດຂອງສານປົກຄອງ, ຜູ້ມີສ່ວນຮ່ວມໃນຄະດີ, ຂັ້ນຕອນການດຳເນີນຄະດີຊັ້ນຕົ້ນ, ຊັ້ນອຸທອນ, ຊັ້ນລົບລ້າງ ແລະ ຊັ້ນພິຈາລະນາຄືນ, ພ້ອມທັງຜົນສັກສິດ ແລະ ການບັງຄັບໃຊ້ຄຳຕັດສິນ.
ມາດຕາ
ມາດຕາ 1
ຈຸດປະສົງ ລັດຖະບັນຍັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການດຳເນີນຄະດີ ປົກຄອງ ເພື່ອໃຫ້ວຽກງານດັ່ງກ່າວຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງກັບກົດໝາຍ, ມີຄວາມຍຸຕິທຳ ແລະ ປົກປັກຮັກສາລະບອບການເມືອງ, ການປົກຄອງ, ເສດຖະກິດ-ສັງຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນ ຊອບທຳຂອງພົນລະເມືອງ, ແນໃສ່ເພີ່ມທະວີນິຕິທຳ, ຈຳກັດ ແລະ ສະກັດກັ້ນການລະເມີດກົດໝາຍ, ສຶກສາ ອົບຮົມສະຕິເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ຂອງຊາດ ແລະ ສ້າງລັດທີ່ປົກຄອງດ້ວຍກົດໝາຍ. ມາດຕາ 2 ການດຳເນີນຄະດີປົກຄອງ ຄະດີປົກຄອງ ແມ່ນ ຄະດີກ່ຽວກັບບັນຫາ ທາງປົກຄອງ ຫຼື ທາງບໍລິຫານ ລະຫວ່າງ: 1. ອົງການຈັດຕັ້ງລັດ, ພະນັກງານ-ລັດຖະກອນ ກັບ ອົງການຈັດຕັ້ງ ແລະ ພົນລະເມືອງ; 2. ອົງການຈັດຕັ້ງລັດ ກັບ ພະນັກງານ-ລັດຖະກອນ; 3. ພະນັກງານ-ລັດຖະກອນ ທີ່ມີຕຳແໜ່ງບໍລິຫານ ກັບ ພະນັກງານ-ລັດຖະກອນທົ່ວໄປ; 4. ອົງການຈັດຕັ້ງລັດ ກັບ ອົງການຈັດຕັ້ງລັດ. ການດຳເນີນຄະດີປົກຄອງ ແມ່ນ ການເດີນໄຫວ ແລະ ຄວາມຮັບຜິດຊອບຂອງຄະນະສານປົກຄອງ, ອົງການ ໄອຍະການປະຊາຊົນ ແລະ ຜູ້ເຂົ້າຮ່ວມໃນການດຳເນີນຄະດີ ເພື່ອພິຈາລະນາແກ້ໄຂ ຫຼື ຕັດສິນຄະດີປົກຄອງ ຕາມທີ່ໄດ້
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 71 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ