ຂໍ້ຕົກລົງ ວ່າດ້ວຍການອະນຸຍາດໃຫ້ຜູ້ອອກແຮງງານຕ່າງປະເທດ ເຂົ້າມາເຮັດວຽກຢູ່ ສປປ ລາວ
决定 关于许可外籍劳动者入境老挝人民民主共和国工作
Decision on Permitting Foreign Workers to Enter the Lao People's Democratic Republic for Employment
ບົດສະຫຼຸບ
ຄຳຕັດສິນໃຈສະບັບນີ້ອອກໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກຳນົດຫຼັກການ, ລະບຽບການ, ມາດຕະການ ແລະ ຂັ້ນຕອນການອະນຸຍາດໃຫ້ແຮງງານຕ່າງປະເທດເຂົ້າມາເຮັດວຽກຢູ່ ສປປ ລາວ ລວມທັງເງື່ອນໄຂ, ສິດ ແລະ ໜ້າທີ່ຂອງແຮງງານຕ່າງປະເທດ ແລະ ຜູ້ໃຊ້ແຮງງານ, ການອະນຸມັດໂກຕາ, ໃບອະນຸຍາດເຂົ້າ, ການອອກ ແລະ ຕໍ່ອາຍຸໃບອະນຸຍາດເຮັດວຽກ, ການເກັບຄ່າທຳນຽມ, ຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ, ມາດຕະການ ແລະ ຂັ້ນຕອນໃນການອະນຸຍາດ ໃຫ້ຜູ້ອອກແຮງງານຕ່າງປະເທດເຂົ້າມາເຮັດວຽກຢູ່ ສປປ ລາວ ແນໃສ່ສ້າງຄວາມດຸ່ນດ່ຽງ ລະຫວ່າງ ຄວາມຕ້ອງການ ແລະ ການສະໜອງຄວາມຕ້ອງການແຮງງານທີ່ມີສີມືໃຫ້ແກ່ຫົວໜ່ວຍແຮງງານ ເພື່ອ ສົ່ງເສີມການເຄື່ອນໄຫວທຸລະກິດໃຫ້ມີຄວາມຄ່ອງຕົວ ທັງເປັນການ ສ້າງໂອກາດໃຫ້ຜູ້ອອກແຮງງານ ລາວ ໄດ້ຮຽນຮູ້ທັກສະ, ຄວາມຊຳນານງານ, ຄວາມສາມາດ ແລະ ທັດສະນະຄະຕິໃນການອອກແຮງ ງານ. ຈ ຈ“ ຍ ຂ 74
ມາດຕາ 2
ການອະນຸຍາດໃຫ້ຜູ້ອອກແຮງງານຕ່າງປະເທດ ເຂົາມາເຮັດວຽກຢູ່ ສປປ ລາວ ການອະນຸຍາດໃຫ້ແຮງງານຕ່າງປະເທດເຂົ້າມາເຮັດວຽກຢູ່ ສປປ ລາວ ແມ່ນຂະບວນການຄົ້ນ ຄວ້າ, ພິຈາລະນາ ແລະ ຕົກລົງ ກ່ຽວກັບຂັ້ນຕອນການນຳເຂົ້າແຮງງານຕ່າງປະເທດທີ່ມາເຮັດວຽກ ຢູ່ ສປປ ລາວ ບົນພື້ນຖານການສະເຫຼີຄວາມຕ້ອງການ ທີ່ຈຳເປັນນຳໃຊ້ແຮງງານຕ່າງປະເທດ ຂອງຫົວ ຫ່ວຍແຮງງານ ແລະ ການດັດສົມຂອງອົງການຄຸ້ມຄອງວຽກງານແຮງງານ ຕາມຂັ້ນຕອນທີ່ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ມາດຕາ 3
, ຂໍ້ທີ 6 ຂອງຂໍ້ ຕົກລົງສະບັບນີ້.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 43 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ