ດຳລັດ ວ່າດ້ວຍຄັງສຳຮອງເງິນຕາຕ່າງປະເທດ (ສະບັບປັບປຸງ)

关于外汇储备的法令(修订版)

Decree on Foreign Exchange Reserves (Amended)

ບົດສະຫຼຸບ

ກົດໝາຍສະບັບນີ້ອອກໂດຍລັດຖະບານລາວ ກຳນົດຫຼັກການ ແລະ ລະບຽບການໃນການຄຸ້ມຄອງ ແລະ ຕິດຕາມກວດກາທຶນສຳຮອງເງິນຕາຕ່າງປະເທດ ເພື່ອຮັບປະກັນການຈັດຕັ້ງປະຕິບັດນະໂຍບາຍການເງິນ ແລະ ຄວາມສາມາດໃນການຊຳລະຕ່າງປະເທດ, ຮັກສາສະຖຽນລະພາບຂອງເງິນຕາປະຈຳຊາດ. ກົດໝາຍສະບັບນີ້ຍົກເລີກກົດໝາຍສະບັບເລກທີ 102/ນຍ ລົງວັນທີ 12 ກໍລະກົດ 2000.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ຄັງສຳຮອງເງິນຕາຕ່າງປະເທດ ເພື່ອຮັບປະກັນການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ຄວາມສາມາດໃນການຊຳລະກັບຕ່າງປະເທດ ແນໃສ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ມີຄວາມຫັ້ນທ່ຽງ ປະກອບສ່ວນ ເຂົ້ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ຂະຫຍາຍຕົວຢ່າງຍືນຍົງ.

ມາດຕາ 2

ຄັງສຳຮອງເງິນຕາຕ່າງປະເທດ. ຄັງສຳຮອງເງິນຕາຕ່າງປະເທດ ແມ່ນຊັບສິນເປັນເງິນຕາຕ່າງປະເທດ ທີ່ສ້າງຂຶ້ນເພື່ອຈັດຕັ້ງປະຕິບັດ ນະໂຍບາຍເງິນຕາ ແລະ ຮອງຮັບການຊຳລະກັບຕ່າງປະເທດ ຊຶ່ງປະກອບດ້ວຍ: 1. ເງິນຕາຕ່າງປະເທດທີ່ເປັນທະນະບັດ ແລະ ເງິນຫຼຽນ ຫຼື ເງິນຝາກໃນບັນຊີທະນາຄານຕ່າງປະເທດ ດ້ວຍສະກຸນເງິນແຂງໃດໜຶ່ງ ແລະ ຢູ່ໃນປະເທດໃດໜຶ່ງ ຕາມການຕົກລົງເຫັນດີຂອງສະພາບໍລິຫານ ຂອງທະນາຄານແຫ່ງ ສປປ ລາວ; 2. ສິດຖອນເງິນພິເສດ ຂອງ ສປປ ລາວ ຢູ່ກອງທຶນການເງິນສາກົນ; 3. ຄຳ ທີ່ທະນາຄານແຫ່ງ ສປປ ລາວຄຸ້ມຄອງ; 4. ພັນທະບັດລັດຖະບານ ແລະ ພັນທະບັດອື່ນ ທີ່ອອກຈຳໜ່າຍ ຫຼື ຄ້ຳປະກັນໂດຍລັດຖະບານຕ່າງປະເທດ ຫຼື ສະຖາບັນການເງິນສາກົນ ເປັນເງິນຕາຕ່າງປະເທດສະກຸນໃດໜຶ່ງ ຕາມການຕົກລົງເຫັນດີຂອງ ສະພາບໍລິຫານ ຂອງທະນາຄານແຫ່ງ ສປປ ລາວ; 5. ຊັບສິນອື່ນ ຕາມການຮັບຮອງຂອງທະນາຄານແຫ່ງ ສປປ ລາວ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 19 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ