ດຳລັດ ວ່າດ້ວຍ ການແຕ່ງດອງລະຫວ່າງ ພົນລະເມືອງລາວ ກັບ ຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ
关于老挝公民与外国人、侨民及无国籍人结婚的法令
Decree on Marriage between Lao Citizens and Foreigners, Expatriates, and Stateless Persons
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ ແລະ ຕິດຕາມກວດກາການແຕ່ງງານລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ, ຄົນອົບພະຍົບ ແລະ ຄົນບໍ່ມີສັນຊາດ ລວມທັງຫຼັກການແຕ່ງງານ, ຂັ້ນຕອນການດຳເນີນການ, ເອກະສານທີ່ຕ້ອງການ, ການຮັບ ແລະ ອະນຸມັດຄຳຮ້ອງ, ການຈົດທະບຽນ ແລະ ອອກໃບຢັ້ງຢືນ, ຂໍ້ຫ້າມ, ໜ້າທີ່ຄຸ້ມຄອງຂອງແຕ່ລະຂະແໜງການ, ເນື້ອໃນ ແລະ ວິທີການກວດກາ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ.
ມາດຕາ
ມາດຕາ 1
ຈຸດປະສົງ ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ການແຕ່ງດອງລະຫວ່າງ ພົນລະເມືອງລາວ ກັບ ຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ປົກປ້ອງ ສິດ ແລະ ຜົນປະໂຫຍດອັນ ຊອບທຳຂອງພົນລະເມືອງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ມາດຕາ 2
ການແຕັງດອງລະຫວາງ ພົນລະເມືອງລາວ ກັບ ຄົນຕ້າງປະເທດ, ຄົນຕາງດ້າວ ແລະ ຄົນບໍ່ມີສັນຊາດ ການແຕງດອງລະຫວາງ ພົນລະເມືອງລາວ ກັບ ຄົນຕ້າງປະເທດ, ຄົນຕ້າງດ້າວ ແລະ ຄົນບໍ່ມີສັນຊາດ ແມນ ການຕົກລົງລະຫວາງ ແມຍິງລາວ ກັບ ຜູ້ຊາຍຕ້າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ຫຼື ລະຫວາງ ຜູ້ ຊາຍລາວ ກັບ ແມຍິງຕ້າງປະເທດ , ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ເພືອໃຊ້ຊີວິດຄູຮວມກັນໃນຖານະເປັນຜົວ- ເມຍ ດ້ວຍການຈົດທະບຽນການແຕ້ງດອງຢ່າງຖືກຕ້ອງຕາມກົດບນາຍ. 1
ມາດຕາ 3
ຄຳອະທິບາຍຄຳສັບ. ຄຳສັບທີ່ໃຊ້ໃນກົດໝາຍນີ້ ມີຄວາມໝາຍດັ່ງນີ້: 1. ຄົນຕ່າງດ້າວ, ໝາຍເຖິງ ຜູ້ຖືສັນຊາດຂອງປະເທດອື່ນ; 2. ຄົນຕ່າງປະເທດທີ່ຕັ້ງຖິ່ນຖານ, ໝາຍເຖິງ ຜູ້ຖືສັນຊາດຂອງປະເທດອື່ນ ແຕ່ໄດ້ເຂົ້າມາຕັ້ງຖິ່ນຖານ ແລະ ອາໄສຢູ່ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນເວລາດົນນານ, ຖືບັດຄົນຕ່າງປະເທດທີ່ຕັ້ງຖິ່ນຖານ, ແລະ ລັດຖະບານປະເທດຕົນຍັງຮັບຮູ້ສັນຊາດຢ່າງເປັນທາງການ; 3. ຄົນບໍ່ມີສັນຊາດ, ໝາຍເຖິງ ຜູ້ທີ່ບໍ່ມີເອກະສານຢັ້ງຢືນວ່າເປັນສັນຊາດໃດ, ໄດ້ຮັບອະນຸຍາດ ແລະ ອະນຸມັດຈາກ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ດຳລົງຊີວິດຢູ່ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; 4. ອົງການຕາງໜ້າຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຕ່າງປະເທດ, ໝາຍເຖິງ ອົງການຕາງໜ້າທາງການທູດ ແລະ ອົງການຕາງໜ້າທາງກົງສຸນ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 28 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ