ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານ ແລະ ກາໜາຍ ປະສິດທິພາບພະລັງງານ ສຳລັບເຄື່ອງປັບອາກາດ ໃນ ສປປ ລາວ
关于老挝人民民主共和国空调能效标准与能效标识的协议
Agreement on Energy Efficiency Standards and Energy Efficiency Labels for Air Conditioners in the Lao People's Democratic Republic
ບົດສະຫຼຸບ
ສັນຍາສະບັບນີ້ອອກໂດຍກະຊວງພະລັງງານ ແລະ ບໍ່ແຮ່ ກຳນົດຫຼັກການ ແລະ ລະບຽບການກ່ຽວກັບມາດຕະຖານປະສິດທິພາບພະລັງງານ ແລະ ປ້າຍປະສິດທິພາບພະລັງງານສຳລັບເຄື່ອງປັບອາກາດໃນ ສປປ ລາວ ລວມທັງມາດຕະຖານປະສິດທິພາບພະລັງງານຕ່ຳສຸດ, ການຄິດໄລ່ຄ່າປະສິດທິພາບຕາມລະດູການ (CSPF), ການຈັດລະດັບປະສິດທິພາບພະລັງງານ, ເນື້ອໃນປ້າຍ ແລະ ປ້າຍຊື່, ການຈົດທະບຽນຜູ້ປະກອບການ ແລະ ຜະລິດຕະພັນ, ການທົດສອບ ແລະ ຮັບຮອງ, ການສຸ່ມກວດ, ຂໍ້ຫ້າມ ແລະ ໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາ ເພື່ອສົ່ງເສີມການປະຢັດພະລັງງານ ແລະ ເພີ່ມປະສິດທິພາບພະລັງງານ.
ມາດຕາ
ມາດຕາ 1
ຈຸດປະສົງ. ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ ແລະ ລະບຽບການກ່ຽວກັບມາດຕະຖານປະສິດທິພາບພະລັງງານ ແລະ ປ້າຍປະສິດທິພາບພະລັງງານຂອງເຄື່ອງປັບອາກາດພາຍໃນປະເທດລາວ, ເພື່ອສົ່ງເສີມການປະຢັດພະລັງງານ ແລະ ການອະນຸລັກພະລັງງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ແນໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍດ້ານພະລັງງານ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທຸກເຜົ່າ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ມາດຕາ 2
ມາດຕະຖານ ແລະ ການໝາຍ ປະສິດທິພາບພະລັງງານ ສຳລັບເຄື່ອງປັບອາກາດ ມາດຕະຖານ ປະສິດທິພາບພະລັງງານ ແມ່ນ ຄຸນລັກສະນະສະເພາະ ຂອງຜະລິດຕະພັນ, ສິນຄ້າ, ການ ບໍລິການ, ຂະບວນການ ແລະ ເງື່ອນໄຂອື່ນ ທີ່ກ່ຽວຂ້ອງກັບການປະເມີນ, ຈັດແບ່ງປະເພດ ແລະ ຈັດລຳດັບ ເຄື່ອງປັບອາກາດ ເພື່ອກຳນົດປະສິດທິພາບພະລັງງານ ຊຶ່ງເປັນມາດຕະຖານທີ່ຮັບຮອງ ຈາກພາກພື້ນ ຫຼື ສາກົນ ບົນພື້ນຖານການຮັບຮູ້ ແລະ ເປັນເອກະພາບເຊິ່ງກັນ ແລະ ກັນ. ການໝາຍ ປະສິດທິພາບພະລັງງານ ແມ່ນ ຮູບ ຫຼື ປ້າຍ ທີ່ສະແດງຂໍ້ມູນ ແລະ ລະດັບປະສິດທິພາບ ພະລັງງານ ຂອງເຄື່ອງປັບອາກາດ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 36 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ