ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງທຶນພັດທະນາຊຸມຊົນ ຂອງໂຄງການຜະລິດໄຟຟ້າສະເພາະ ສຳລັບ IPP

关于独立发电项目(IPP)社区发展基金管理的协议

Agreement on the Management of Community Development Funds for Independent Power Producer (IPP) Projects

ບົດສະຫຼຸບ

ສັນຍາສະບັບນີ້ອອກໂດຍກະຊວງພະລັງງານ ແລະ ບໍ່ແຮ່ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຄຸ້ມຄອງກອງທຶນພັດທະນາຊຸມຊົນຂອງໂຄງການຜະລິດໄຟຟ້າເອກະລາດ (IPP), ກຳນົດຈຸດປະສົງການນຳໃຊ້ກອງທຶນ, ໜ້າທີ່ຂອງຄະນະຄຸ້ມຄອງ ແລະ ສຳນັກງານເລຂາ, ການຄັດເລືອກຜູ້ຮັບເໝົາ, ການຈັດສັນງົບປະມານ ແລະ ການເບີກຈ່າຍ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ແລະ ສົ່ງເສີມການພັດທະນາຊຸມຊົນແບບຍືນຍົງ.

ມາດຕາ

ມາດຕາ 1

ຈຸດປະສົງ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ການຈັດຕັ້ງປະຕິບັດການຄຸ້ມຄອງທຶນ ພັດທະນາຊຸມຊົນ ຂອງໂຄງການຜະລິດໄຟຟ້າສະເພາະ (ໂຄງການ IPP) ໄປຄຽງຄູ່ກັບການພັດທະນາຊີວິດ ການເປັນຢູ່ຂອງປະຊາຊົນ ທີ່ຖືກຜົນກະທົບທາງກົງ ແລະ ທາງອ້ອມ ໃຫ້ດີຂຶ້ນກວ່າເກົ່າ ແລະ ຕິດພັນກັບ ແຜນລຶບລ້າງຄວາມທຸກຍາກ ກໍຄືວຽກງານສາມສ້າງຂອງລັດຖະບານ ໂດຍສ້າງພື້ນຖານໂຄງລ່າງ ເຂດຈັດສັນປະຊາຊົນທີ່ຖືກຜົນກະທົບທາງກົງ ແລະ ທາງອ້ອມໃຫ້ເຊື່ອມໂຍງກັບແຜນຍຸດທະສາດ ແລະ ການພັດທະນາຂອງທ້ອງຖິ່ນໄປເທື່ອລະກ້າວ ເປັນຕົ້ນການຊຸກຍູ້ສິ່ງເສີມຊຸມຊົນໃຫ້ມີສ່ວນຮ່ວມໃນການປະກອບສ່ວນກັບການພັດທະນາໂຄງການພະລັງງານໄຟຟ້າໃຫ້ເຂັ້ມແຂງ ແລະ ຮັບປະກັນຄວາມຍືນຍົງຢ່າງຮອບດ້ານ.

ມາດຕາ 2

ຂອບເຂດການນຳໃຊ້ ຂໍ້ຕົກລົງສະບັບນີ້ ນຳໃຊ້ກັບທຸກໂຄງການຜະລິດໄຟຟ້າສະເພາະໃນຂອບເຂດທົ່ວປະເທດ ເຊິ່ງ ປະກອບດ້ວຍ ໂຄງການຂັ້ນສູນກາງ ແລະ ທ້ອງຖິ່ນ ອະນຸມັດ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 21 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ